Microsoft ລົງເງີນໜຸນໂຄງການສຳຫລວດຊາວ Opensource PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

Sam Ramji

ໄມໂຄຣຊອຟທ໌ມາແປກ ປະກາດຕົວເປັນສະປອນເຊີ້ສະໜັບສະໜູນໂຄງການ The Open Source Census ໂຄງການທີ່ຫາກໍ່ກໍ່ຕັ້ງຂຶ້ນໃນປີນີ້ເພື່ອຕິດຕາມແລະຈັດທຳບັນຊີການໃຊ້ງານຊອຟຕ໌ແວໂອເພ່ນຊອດສ໌ (Opensource)ໃນອົງກອນທຸລະກິດທົ່ວໂລກ ນັກວິເຄາະໄດ້ວິເຄາະວ່າການສະໜັບສະໜູນຂອງໄມໂຄຣຊອຟທ໌ຈະເຮັດໃຫ້ບໍລິສັດອົງກອນໄດ້ຮັບປະໂຫຍດຈາກໂຄງການນີ້ກໍຈິງ ແຕ່ຍອມຮັບວ່າສິ່ງທີ່ເກິດຂື້ນຈະສາມາດສ້າງຄວາມຂັດເຄືອງໃຈໃຫ້ກັບຊາວໂອເພ່ນຊອດສ໌ທີ່ຕໍ່ຕ້ານໄມໂຄຣຊອຟທ໌ຢູ່  
       Sam Ramji ປະທານອາວຸໂສຝ່າຍກົນລະຍຸດແພລັດຟອມຂອງໄມໂຄຣຊອຟທ໌ໃຫ້ເຫດຜົນຂອງການສະໜັບສະໜູນໂຄງການໂອເພ່ນຊອດສ໌ຄັ້ງນີ້ວ່າ ເພາະໃນປະຈຸບັນ ລູກຄ້າ ພັນທະມິດ ແລະນັກພັດທະນາຂອງໄມໂຄຣຊອຟທ໌ນັ້ນຕ້ອງເຮັດວຽກໃນສະພາວະແວດລ້ອມຂອງລະບົບທີ່ແຕກຕ່າງກັນຫລາຍຂຶ້ນ ດັ່ງນັ້ນ ການເຂົ້າຮ່ວມໂຄງການ The Open Source Census ຈຶ່ງບໍ່ແມ່ນເລື່ອງແປກ ເນື່ອງຈາກໂຄງການດັ່ງກ່າວສອດຄ້ອງກັບອີໂຄຊິດເຕັມຫລືລະບົບນິເວດທີ່ໄມໂຄຣຊອຟທ໌ຕ້ອງສຳພັນດ້ວຍ
       
       ການເຄື່ອນໄຫວເທື່ອນີ້ເປັນການເຄື່ອນໄຫວຫລ້າສຸດຂອງໄມໂຄຣຊອຟທ໌ໃນຊຸມຊົນໂອເພ່ນຊອດສ໌ ຊຶ່ງທີ່ຜ່ານມາໄມໂຄຣຊອຟທ໌ແລະຊຸມຊົນໂອເພ່ນຊອດສ໌ເປັນໄມ້ເບື່ອໄມ້ເມົາກັນມາດົນ ໂດຍ Ramji ຄົນນີ້ເອງທີ່ເປັນແຮງຜັກດັນສຳຄັນທີ່ເຮັດໃຫ້ໄມໂຄຣຊອຟທ໌ມີທັດສະນະຂະຕິຕໍ່ໂລກໂອເພ່ນຊອດສ໌ໃນແງ່ບວກຫລາຍຂຶ້ນ ທັງທີ່ກ່ອນໜ້ານີ້ໄມໂຄຣຊອຟທ໌ເຄີຍອອກມາໂວຍວາຍວ່າຊອຟຕ໌ແວໂອເພ່ນຊອດສ໌ນັ້ນລະເມີດສິດທິບັດລະເທັກໂນໂລຢີໄມໂຄຣຊອຟທ໌ກວ່າ 200 ຈຸດ
       
       ແຮງຜັກດັນຂອງ Ramji ເຮັດໃຫ້ໄມໂຄຣຊອຟທ໌ເລີ່ມປັບໃຫ້ຜະລິດຕະພັນຂອງຄ້າຍສາມາດເຮັດວຽກຮ່ວມກັບມາດຕະຖານໂອເພ່ນຊອດສ໌ຫລາຍຂຶ້ນ ເປັນໄປຕາມກະແສໂອເພ່ນຊອດສ໌ທີ່ນັບມື້ຈະຂະຫຍາຍຕົວຢ່າງວ່ອງໄວ
       
       ນັກວິເຄາະສັງເກດວ່າ ການສະໜັບສະໜູນຂອງໄມໂຄຣຊອຟທ໌ຈະເຮັດໃຫ້ບໍລິສັດອົງກອນໄດ້ຮັບປະໂຫຍດຈາກໂຄງການນີ້ ແຕ່ກໍອາດສ້າງຄວາມຂັດເຄືອງໃຈໃຫ້ກັບຊາວໂອເພ່ນຊອດສ໌ທີ່ບໍ່ພໍໃຈໄມໂຄຣຊອຟທ໌ ຢ່າງໃດກໍຕາມ ນອກຈາກໄມໂຄຣຊອຟທ໌ ຜູ້ສະໜັບສະໜູນໂຄງການນີ້ຍັງມີ ActiveState, EnterpriseDB, Open Source Lab ຂອງມະຫາວິທະຍາໄລ Oregon State University ແລະ OSAlalt.com ລວມຢູ່ດ້ວຍ ບາງສ່ວນໃຫ້ການສະໜັບສະໜູນໃນຮູບໂຕເງິນ ແລະຊອຟຕ໌ແວທີ່ບໍລິສັດທົ່ວໂລກຈະສາມາດໃຊ້ເພື່ອສະແກນຫາຊຸດຄຳສັ່ງໂອເພ່ນຊອດສ໌ໃນຄອມພິວເຕີຂອງຕົວເອງໄດ້ຢ່າງວ່ອງໄວ
       
       ຈາກການສຳລວດຕະຫລອດ 2 ເດືອນນັບຕັ້ງແຕ່ໂຄງການນີ້ເລີ່ມຕົ້ນ ພົບວ່າໂປຣແກຣມຊອຟຕ໌ແວໂອເພ່ນຊອດສ໌ທີ່ຖືກໃຊ້ງານໃນຂະນະນີ້ມີຈຳນວນເຖິງ 220,000 ໂປຣແກຣມ ໂດຍຈົນເຖິງວັນທີ່ 12 ມິຖຸນາທີ່ຜ່ານມາ ມີການສະແກນເຄື່ອງຄອມພິວເຕີທັງຫມົດ 1,300 ເຄື່ອງເທົ່ານັ້ນ

Source: manager CyberBiz
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin