|
|
|||||||||||||||||||
| Google-Yahoo ພ້ອມເປັນພັນທະມິດ IM |
|
|
|
| Written by birdflu2007.exe | |
|
ຜູ້ບໍລິການກູເກິ້ນຂະນະເປີດຕົວໂປຣແກຣມ Google Talk ຫລ້າສຸດຢາຮູແລະກູເກິ້ນຕົກລົງໃຫ້ບໍລິການຂໍ້ຄວາມສົນທະນາຫລື instant messaging (IM) ຂອງແຕ່ລະຄ້າຍສາມາດເຮັດວຽກຮ່ວມກັນໄດ້ ຍັງບໍ່ມີລາຍລະອຽດໃນຂະນະນີ້ ໃຜທີ່ຄິດວ່າການເປັນພັນທະມິດລະຫວ່າງຄູ່ແຂ່ງຢ່າງກູເກິ້ນ (Google) ແລະຢາຮູ (Yahoo) ຈະຄອບຄຸມສະເພາະທຸລະກິດໂຄສະນາອອນໄລນ໌ໃນບໍລິການສືບຄົ້ນຂໍ້ມູນກຽມຄິດໃໝ່ໄດ້ແລ້ວ ເພາະທັງສອງບໍລິສັດຖະແຫລງກົງກັນວ່າ ຢາຮູແລະກູເກິ້ນຕົກລົງໃຫ້ບໍລິການຂໍ້ຄວາມສົນທະນາຫລື instant messaging (IM) ຂອງແຕ່ລະຄ້າຍສາມາດເຮັດວຽກຮ່ວມກັນໄດ້ ຈຸດປະສົງຄືເພື່ອຂະຫຍາຍວົງໃຫ້ຜູ້ໃຊ້ສາມາດຕິດຕໍ່ກັນໄດ້ງ່າຍແລະກວ້າງຂຶ້ນ ເຖິງແມ່ນຈະຍັງບໍ່ມີລາຍລະອຽດໃນຂະນະນີ້ ແຕ່ລາຍງານຂອງສື່ຕ່າງປະເທດເຊື່ອວ່າການຮ່ວມມືດ້ານໂປຣແກຣມ IM ລະຫວ່າງກູເກິ້ນແລະຢາຮູບໍ່ແມ່ນການເປີດໃຫ້ຜູ້ໃຊ້ສົ່ງຂໍ້ຄວາມສົນທະນາຂ້າມຄ້າຍກັນທຳມະດາ ໆ ເພາະໂປຣແກຣມ IM ສ່ວນໃຫຍ່ໃນຂະນະນີ້ສາມາດລົມຂ້າມຄ້າຍໄດ້ແລ້ວ ແຕ່ສິ່ງທີ່ຍັງບໍ່ເກີດຂຶ້ນ ຄືການເປີດໃຫ້ຜູ້ໃຊ້ສາມາດສົ່ງຂໍ້ຄວາມລົມກັບໃຜກໍໄດ້ຈາກບໍລິການຂອງຄ້າຍໃດກໍໄດ້ ສິ່ງທີ່ເກິດຂື້ນຈະຊ່ວຍປົດຂໍ້ຈຳກັດການໃຊ້ງານ IM ທີ່ຄ້າຍກັບຂໍ້ຈຳກັດຂອງອີເມວ ນັ້ນຄື ອີເມວຕ່າງຄ້າຍຈະສາມາດສົ່ງເຖິງກັນໄດ້ ແຕ່ການລົງຊື່ເຂົ້າໃຊ້ເພື່ອເປີດກ່ອງອີເມວຍັງຕ້ອງຜູກຕິດກັບຊື່ບັນຊີແລະບໍລິການສະເພາະຄ້າຍ ເຊິ່ງທີ່ຜ່ານມາ ຜູ້ໃຊ້ທີ່ມີບັນຊີຂອງຢາຮູ ຈະຕ້ອງລົງຊື່ເຂົ້າໃຊ້ຈາກບໍລິການເມວຂອງຢາຮູເທົ່ານັ້ນ ເຊັ່ນດຽວກັນ ຜູ້ທີ່ໃຊ້ບັນຊີ IM ຂອງໄມໂຄຣຊອຟທ໌ ກໍຕ້ອງລົງຊື່ເຂົ້າໃຊ້ຈາກເຄືອຂ່າຍບໍລິການຂອງໄມໂຄຣຊອຟທ໌ກ່ອນ ຈຶ່ງສາມາດໃຊ້ງານໄດ້ ທີ່ສຳຄັນ ກູເກິ້ນເຄີຍປະກາດແນວຄິດທີ່ລະບຸວ່າກູເກິ້ນໃຫ້ຄວາມສົນໃຈກັບການເປີດເສລີໃຫ້ໂປຣແກຣມ IM ໃນໂລກສາມາດເຮັດວຽກຮ່ວມກັນໄດ້ ໂດຍໂປຣແກຣມສົນທະນາ Google Talk ນັ້ນສ້າງຂຶ້ນເທິງໂປຣໂຕຄອນສົ່ງຂໍ້ຄວາມສົນທະນາມາດຕະຖານເປີດທີ່ເອີ້ນວ່າ XMPP ເຊິ່ງຕາມທິດສະດີແລ້ວເປັນມາດຕະຖານກາງທີ່ເຊິຟເວີ IM ທຸກເຄື່ອງຈະສາມາດສື່ສານເຖິງກັນໄດ້ ຢ່າງໃດກໍຕາມ ໃນທາງປະຕິບັດຄຸນສົມບັດນີ້ຍັງບໍ່ເຄີຍເກີດຂຶ້ນເປັນຮູບປະທຳ ດັ່ງນັ້ນຫລາຍຄົນຈຶ່ງເຊື່ອວ່າ ການເຊື່ອມເຊິຟເວີ Google Talk ແລະ ເຊິຟເວີ Yahoo Messager ຈະເປັນກ້າວທຳອິດທີ່ໜ້າສົນໃຈຂອງທັງຄູ່ ການເປີດເສລີໃຫ້ຜູ້ໃຊ້ IM ສາມາດລົມກັນຂ້າມຄ້າຍນັ້ນຖືເປັນປະໂຫຍດທີ່ສ້າງຜົນດີີໃຫ້ກັບທຸກຝ່າຍ ໂດຍສະເພາະໃນຍຸກປະຈຸບັນທີ່ໂປຣແກຣມຂໍ້ຄວາມສົນທະນາຖືກໃຊ້ທັງໃນຊີວິດສ່ວນຕົວແລະໃນໂລກທຸລະກິດການງານ ຢ່າງໃດກໍຕາມ ເມື່ອດີນນີ້ຄືຜົນພອຍໄດ້ທີ່ພ່ວງມາກັບການຮ່ວມມືດ້ານການໂຄສະນາອອນໄລນ໌ລະຫວ່າງກູເກິ້ນແລະຢາຮູ ເຊິ່ງເກີດຂຶ້ນເພາະການລວມພະລັງຕ້ານໄມໂຄຣຊອຟທ໌ຮຸບຢາຮູ ຈຶ່ງເຮັດໃຫ້ຮູບການກາຍເປັນວ່າ ດີນທັງໝົດທີ່ເກີດຂື້ນຈາກເສິກໄມໂຄຣຊອຟທ໌ແລະຢາຮູສົ່ງໃຫ້ກູເກິ້ນຄືຜູ້ທີ່ແຂງແກ່ງຂຶ້ນຫລາຍທີ່ສຸດ ຂະນະທີ່ຢາຮູແລະໄມໂຄຣຊອຟທ໌ອ່ອນແຮງລົງເລື້ອຍ ໆ ມູນຄ່າຮຸ້ນຂອງກູເກິ້ນເພີ່ມຂຶ້ນອີກ 18.56 ຫລຽນ ປິດທີ່ 571.51 ຫລຽນເມື່ອວັນສຸກທີ່ຜ່ານມາ ຂະນະທີ່ຮຸ້ນໄມໂຄຣຊອຟທ໌ເພີ່ມຂຶ້ນພຽງ 83 ເຊັນເປັນ 29.07 ຫລຽນ ດ້ານຮຸ້ນຢາຮູນັ້ນໜັກກວ່າໃຜ ຫລຸດລົງ 1.77 ຫລຽນຫລື 7.5 ເປີເຊັນເຫລືອ 23.47 ຫລຽນ ກ່ອນໜ້ານີ້ ຢາຮູປະກາດທົດສອບລະບົບໂຄສະນາອອນໄລນ໌ Google Adsense ຂອງກູເກິ້ນເທິງເວັບໄຊຕ໌ເມື່ອຊ່ວງຕົ້ນເດືອນເມສາທີ່ຜ່ານມາ ການທົດສອບນີ້ຖືກເບິ່ງວ່າເປັນການທົດສອບທີ່ບໍ່ທຳມະດາ ຈົນໄມໂຄຣຊອຟທ໌ຕ້ອງອອກມາໂຈມຕີວ່າ ການຕົກລົງໃດໆລະຫວ່າງຢາຮູແລະກູເກິ້ນອາດຈະເຂົ້າຂ່າຍຜູກຂາດຕະຫລາດ ການທົດສອບດັ່ງກ່າວບໍ່ມີການເປີດເຜີຍຂໍ້ສະຫລຸບຢ່າງເປັນທາງການ ມີແຕ່ການໃຫ້ສຳພາດຂອງຜູ້ບໍລິຫານກູເກິ້ນ ທີ່ລະບຸພຽງວ່າກູເກີນຕ້ອງການເປັນພັນທະມິດໃນທຸລະກິດໂຄສະນາອອນໄລນ໌ໄລຍະຍາວກັບຢາຮູ ແລະຍັງບໍ່ມີດີນໃດ ໆເກີດຂຶ້ນແມ່ນຜົນການທົດສອບທີ່ອອກມາເປັນທີ່ໜ້າພໍໃຈ ຂໍ້ມູນຈາກບໍລິສັດວິໄຈ eMarketer ຂະນະນີ້ກູເກິ້ນມີສ່ວນແບ່ງຕະຫລາດໂຄສະນາອອນໄລນ໌ໃນບໍລິການສືບຄົ້ນຂໍ້ມູນຂອງສະຫະລັດ ຯກວ່າ 75 ເປີເຊັນ ດ້ານຢາຮູມີຢູ່ 9 ເປີເຊັນ Source: bcoms |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|