|
|
|||||||||||||||||||
| Firefox 3.0 ເປີດໃຫ້ດາວໂຫລດເຕັມໂຕ 17 ມິຖຸນານີ້ |
|
|
|
| Written by birdflu2007.exe | |
|
Firefox 3 Beta 5 Welcome Page ເວັບບລາວເຊີ້ນ້ອງໃຫມ່ Firefox ເປິດກຳນົດວັນດາວໂຫລດນ້ອງໃຫມ່ຫລ້າສຸດ Firefox 3.0 ໃນວັນອັງຄານທີ 17 ມິຖຸນານີ້ ຮັບປະກັນພັດທະນາ ທັງຄວາມປອດໄພ ຄວາມໄວແລະຫນ້າຕາ ສິ່ງທີ່ Firefox 3 ຖືກຈັບຕາຢ່າງຫລາຍໄດ້ແກ່ ການພັດທະນາຄວາມສາມາດຂອງ bookmark ເຊິ່ງເວີຊັ້ນນີ້ຜູ້ໃຊ້ຈະສາມາດເພີ່ມຄີເຫວີດຫລືແທັກເພື່ອການຄົ້ນຫາ bookmark ດ້ວຍຂໍ້ຄວາມແລະຟີເຈີ້ "Places"ທີ່ໃຫ້ຜູ້ໃຊ້ສາມາດໃຊ້ງານເວັບທີຢູ່ໃນ bookmark ແລະເວັບທີ່ໃຊ້ງານເລື້ອຍໆແຕ່ບໍ່ຢູ່ໃນ bookmark ໄດ້ຢ່າງວ່ອງໄວ ຍັງມີປຸ່ມຮູບດາວປຸ່ມໃຫມ່ທີ່ເຮັດໃຫ້ຜູ້ໃຊ້ສາມາດເພີ້ມ bookmark ໄດ້ງ່າຍຂຶ້ນກວ່າເກົ່າ ຄ້າຍກັບທີ່ມີໃນ Internet Explorer 7 ຂອງໄມໂຄຣຊອຟ Firefox 3 ຍັງສາມາດເຮັດໃຫ້ຜູ້ໃຊ້ດາວໂຫລດຂໍ້ມູນຕໍ່ເນື່ອງກາງທາງຫາກການເຊື່ອມຕໍ່ເກີດການຂັດຂ້ອງບໍ່ສະຫມ່ຳສະເຫມີ ເປັນປະໂຫຍດຫລາຍ ສຳລັບຜູ້ທີ່ເບື່ອຫນ່າຍກັບການເລີ່ມຕົ້ນດາວໂຫລດໃຫມ່ ເຫລືອອີກຫນ້ອຍດຽວກໍຈະດາວໂຫລດແລ້ວໆ ຍັງມີພັດທະນາການອື່ນໆອີກຫລາຍໃນ Firefox 3 ເຊິ່ງເປັນຜົນຈາກການພັດທະນາຕໍ່ເນື່ອງຈາກ Firefox 3 Beta 5 ທີ່ອອກມາຕັ້ງແຕ່ເດືອນເມສາທີ່ຜ່ານມາ ຫລັງຈາກຖືກເລື່ອນເພາະພົບຂໍ້ຜິດພາດຮ້າຍແຮງ ຂໍ້ມູນລະບຸວ່າໃນ Beta 5 ມີການພັດທະນາຕໍ່ຈາກ Beta 4 ເຖິງ 750 ຈຸດ ບໍ່ມີຄຸນສົມບັດໃດເພີ່ມເຕີມແຕ່ເປັນການປ່ຽນແປງພາຍໃນໂປຣແກຣມ ມີການປ່ຽນຮູບໄອຄອນເຄື່ອງຫມາຍຫລາກຫລາຍໃຫ້ເບິ່ງ ເປັນຕາໃຊ້ງານຫລາຍຂຶ້ນ ຂະນະນີ້ Firefox ເປັນເວັບບລາວເຊີ້ອັນດັບສອງຮອງຈາກເບີຫນຶ່ງ Internet Explorer ພັດທະນາໂດຍມູນລິນິທິ Mozilla ເປັນຊອຟແວມາດຕະຖານເປິດທີ່ເປີດໃຫ້ໃຊ້ງານຟຣີ ສຳລັບການພັດທະນາ Firefox 3 ທາງມູນລິນິທິໃຫ້ຂໍ້ມູນວ່າມີໄລຍະເວລາດົນກວ່າ 3 ປີ ສາມາດໃຊ້ງານກັບທັງລະບົບປະຕິບັດການ Windows, Mac ແລະ Linux ເປີດໃຫ້ດາວໂຫລດຕະຫລອດ 24 ຊົ່ວໂມງທົ່ວໂລກ ຂະນະນີ້ມີຜູ້ໃຊ້ງານຫລາຍກວ່າ 140 ລ້ານຄົນທົ່ວໂລກ ປະລິມານການດາວໂຫລດຫລາຍກວ່າ 574 ລ້ານຄັ້ງ ຂະນະທີ່ Firefox 3 ຈະພ້ອມໃຫ້ດາວໂຫລດເວີຊັ້ນເຕັມໃນວັນທີ 17 ມິຖຸນາ ບລາວເຊີ້ໃຊ້ງານຟຣີຢ່າງ Opera 9.5 ເປີດໃຫ້ດາວໂຫລດແລ້ວເມື່ອວັນພະຫັດທີ່ຜານມາ ໂດຍ Internet Explorer 8 ຂອງໄມໂຄຣຊອຟກໍເປີດໃຫ້ດາວໂຫລດໃຫ້ທົດລອງໄປໃຊ້ງານແລ້ວເຊັ່ນກັນ Source; bocms |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|