ສິງກະໂປຈັດງານໃຫຍ່ ລວມສຸດຍອດໄອທີ ໄວ້ໃນງານດຽວ PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   

ທ່ານສະຕີເຟັ້ນ ແທນ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ສິງກະໂປ ເອັກຊິບິຊັ້ນ ເຊີວິດເຊດ ຈຳກັດ (SES) ກ່າວເຖິງ ການຈັດງານ ຄອມມິວນິກເອເຊຍ 2008 ແລະ ບລອດຄາດຕ໌ເອເຊຍ 2008 ວ່າເປັນງານແລກປ່ຽນທາງການຄ້າລະຫວ່າງຜູ້ປະກອບການທີ່ໃຫຍ່ທີ່ສຸດໃນດ້ານອຸດສາຫະກຳການສື່ສານຂໍ້ມູນແລະສື່ກາງປະເພດຕ່າງ ໆ ໂດຍໃນງານຄອມມິວນິກເອເຊຍ 2008 ກຸ່ມ WiMAX ແລະ IPTV/mobile entertainment ຈະລວມຕົວກັນໃຫຍ່ກວ່າທີ່ຜ່ານມາ ແລະບໍລິສັດ ຕ່າງໆຈະນຳເທັກໂນໂລຢີຫລ້າສຸດຂອງແຕ່ລະບໍລິສັດ ມາສະເໜີໃນງານນີ້ ຈຸດເດັ່ນອື່ນ ໆ ຂອງງານລວມເຖິງລະບົບສັນຍານດາວທຽມ ແລະເຄືອຂ່າຍສຳລັບຍຸກສະໄໝໜ້າ (Next-Generation Networks) ໂດຍຜູ້ຈຳໜ່າຍຈະສະແດງວິທີການເຊື່ອມເຄືອຂ່າຍໃນບາງສ່ວນໃຫ້ຜູ້ສົນໃຈໄດ້ຊົມ ໂດຍໃນປີ2551ຫລືວ່າ2008  ງານຄອມມິວນິກເອເຊຍໄດ້ໃຊ້ພື້ນທີ່1,700 ຕາລາງແມັດ ໃນສິງກະໂປ ພາວິນລ່ຽນ ທີ່ເປັນພາວິນລ່ຽນທີ່ໃຫຍ່ທີ່ສຸດໃນປະເທດສິງກະໂປ ປະທານ. ບໍລິຫານ ບ. ສິງກະໂປ ເອັກຊິບິຊັ່ນ ເຊີວິດ ກ່າວຕໍ່ອີກວ່າ ບໍລິສັດອິນເທີເນັດຍັກໃຫຍ່ຢ່າງ Yahoo ຈະສະແດງວິທີການຄົ້ນຫາໂປຣແກຣມການໃຊ້ງານສຳລັບຜູ້ໃຊ້ໂທລະສັບມືຖື ໂດຍການໃຊ້ mini Web pages ໃນການຄົ້ນຫາຂໍ້ມູນເທິງໜ້າຈໍມືຖື ແລະເທັກນິກການເອີ້ນໂດຍໃຊ້ສຽງ ນອກຈາກນີ້ຍັງມີຜູ້ປະກອບການດ້ານ Navigation ແລະລະບົບການຕິດຕາມທ້ອງຖິ່ນ Location Based Services (LBS) ມາສະແດງໃນງານຄິມມິວນິກເອເຊຍ 2008 ດ້ວຍ ແລະ NAVTEQ Global LBS Challenge ທີ່ເປັນຜູ້ໃຫ້ບໍລິການຂໍ້ມູນແຜນທີ່ດິຈິຕ້ອນຊັ້ນນຳລະດັບໂລກ ຈະນຳເທັກໂນໂລຢີມາສະແດງໃນງານນີ້ ໂດຍຈະເປັນເທື່ອທຳອິດໃນເອເຊຍແປຊິຟິກ ແລະ Garmin ຈະນຳ Nuvifone ທີ່ເປັນສິນຄ້າທີ່ຜູ້ໃຊ້ບໍລິການໂທລະສັບມືຖືແລະລະບົບ GPS ລໍຄອຍຖ້າມາດົນ ໂດຍຈະເປັນອຸປະກອນທີ່ລວມການສື່ສານ ການໃຊ້ mobile web ແລະ navigation ໃນຊິ້ນດຽວ ແລະ Tele Atlas ຈະນຳ Mobile Mapping Van ມາສະແດງໃນງານ ໂດຍເປັນສິນຄ້າຊິ້ນທຳອິດໃນເອເຊຍ ໂດຍລົດຕູ້ນີ້ສາມາດຖ່າຍຮູບຖະໜົນໄດ້ 360 ອົງສາ ທີ່ຈະຊ່ວຍໃຫ້ການເຮັດວຽກ 3G ສຳລັບນຳໄປໃຊ້ໃນການເຮັດລະບົບ Mobile Mapping System
“ຄອມມິວນິກເອເຊຍ ແລະບລອດຄາດຕ໌ເອເຊຍ ຈະເປັນງານຫລັກສຳລັບວົງການ ໄອຊີທີ ໃນເອເຊຍ ໂດຍແຕ່ລະປີ ຜູ້ປະກອບການຈະເຮັດໃຫ້ເຮົາປະຫລາດໃຈສະເໝີກັບສິນຄ້າແລະເທັກໂນໂລຢີໃໝ່ທີ່ພວກເຂົານຳມາສະແດງໃນງານ ແລະມັນຍັງເປັນເຊັ່ນນັ້ນສຳລັບງານປີນີ້ ເຊື່ອວ່າຈະມີບໍລິສັດຢ່າງຫລວງຫລາຍທີ່ເຂົ້າມາສະແດງໃນງານທັງ 2 ງານທີ່ຈະນຳຂ່າວຄາວແລະເທັກໂນໂລຢີຫລ້າສຸດມາສະແດງໃນເດືອນມິຖຸນາ” ທ່ານສະຕີເຟັ້ນ ກ່າວ

ປະທານ. ບໍລິຫານ ບ. ສິງກະໂປ ເອັກຊິວິຊັ່ນ ເຊີວິດ ກ່າວອີກວ່າ ອຸດສາຫະກຳດ້ານການສື່ສານກຳລັງເປັນທີ່ສົນໃຈຢ່າງຫລາຍໃນສິງກະໂປ ເຮັດໃຫ້ງານບລອດຄາດຕ໌ເອເຊຍ 2008 ຈັດໃນພື້ນທີ່ກວ່າ 1200 ຕາລາງແມັດ ສຳລັບຜູ້ປະກອບການຊາວສິງກະໂປໃນດ້ານ ດິຈິຕ້ອນ ບລອດຄາສ໌ຕິ້ງ ດ້ວຍການນຳຂອງກະຊວງພັດທະນາດ້ານການສື່ສານຂອງສິງກະໂປ (MDA) ເຮັດໃຫ້ບໍລິສັດສິງກະໂປກວ່າ 35 ບໍລິສັດ ທີ່ຈະນຳສິນຄ້າຫລ້າສຸດມາສະແດງໃນງານນີ້ ໂດຍຈະມີສິນຄ້າໃນດ້ານ Interactive Digital Media,Protocol TV ແລະ High-definition TV ເທັກໂນໂລຢີ ໂປຣແກຣມການໃຊ້ງານ ແລະບໍລິການ 
ທ່ານສະຕີເຟັ້ນ ກ່າວດ້ວຍວ່າ ງານບລອດຄາດຕ໌ເອເຊຍ 2008 ປີນີ້ ຍັງມີ HD Studio Xperience ທີ່ຈະນຳປະສົບການດ້ານການຜະລິດລາຍການໃນແບບ HD ແລະຈະມີການອະທິບາຍກ່ຽວກັບປະໂຫຍດຂອງເທັກໂນໂລຢີ Media Asset Management (MAM) ທີ່ມີຕໍ່ຜູ້ອອກອາກາດສາມາດໃຊ້ໃນການອອກແບບການເຮັດວຽກໃນຮູບແບບໃໝ່ ເພື່ອໃຫ້ໄດ້ຮັບຜົນປະໂຫຍດໃນການວາງມາດຕະຖານການຜະລິດແລະຈັດເກັບ ຈຸດສຳຄັນທີ່ສຸດໃນງານບລອດຄາດຕ໌ເອເຊຍ 2008 ຄື NHK ທີ່ເປັນສະຖານີອອກອາກາດຂອງປະເທດຍີ່ປຸ່ນທີ່ຈະນຳ Super Hi-vision ຫລືທີ່ຮູ້ຈັກກັນໃນນາມຂອງ Ultrahigh-Definition ສຳລັບສາຍເທິງ Wide-Screen ທີ່ໃຊ້ Scanning Lines 4000 ເສັ້ນ ໂດຍສາມາດເຮັດໃຫ້ແຈ້ງຂຶ້ນເຖິງ 16 ເທົ່າ ເມື່ອທຽບກັບລະບົບ HDTV ມາສະແດງໃຫ້ຊົມເປັນເທື່ອທຳອິດໃນທະວີບເອເຊຍທີ່ຢູ່ນອກປະເທດຍີ່ປຸ່ນ ແລະຜູ້ເຂົ້າຊົມງານບລອດຄາດຕ໌ເອເຊຍ 2008 ຈະເປັນພະຍານກຸ່ມທຳອິດທີ່ຈະໄດ້ສຳຜັດປະສົບການຄວາມສົມຈິງທີ່ສາມາດຮັບຊົມໄດ້ຈາກລະບົບນີ້


Source: bcoms
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin