Adobe CS3 ພົບບັນຫາໃນ Mac OS X 10.5.3 PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   
ເມື່ອຫວ່າງບໍ່ດົນມານີ້ Apple ໄດ້ເປີດໂອກາດໃຫ້ທຳການດາວໂຫລດຊອຟທ໌ແວອັບເດດການເຮັດວຽກ Mac OS X ເວີຊັ້ນ 10.5.3 ເຊິ່ງຂະນະນີ້ມີຜູ້ໃຊ້ໄດ້ເຂົ້າມາແຈ້ງວ່າ ພົບບັນຫາການເຮັດວຽກງບາງຢ່າງໃນໂປຣແກຣມ Creative Suite 3 ໂດຍຜູ້ໃຊ້ລະບົບປະຕິບັດການ Mac OS X 10.5.3 ໄດ້ລາຍງານເຖິງບັນຫາໃນການເຮັດວຽກງານຮ່ວມກັນກັບໂປຣແກຣມ Creative Suite 3 ວ່າ ພໍທຳການອັບເດດການເຮັດວຽກຂອງລະບົບປະຕິບັດການ Mac OS X ເປັນເວີຊັ້ນຫລ້າສຸດ ກໍພົບບັນຫາບໍ່ສາມາດທຳການບັນທຶກໄຟລ໌ທີ່ສ້າງຈາກໂປຣແກມ Photoshop ແລະໂປຣແກມ CS3 ອື່ນ ໆ ໄປຍັງ server ໄດ້ໃນຂະນະທີ່ເປີດໄຟລ໌ນັ້ນ ໆຢູ່ ໂດຍໃນລະຫວ່າງທີ່ຜູ້ໃຊ້ພະຍາຍາມທີ່ຈະທຳການບັນທຶກໄຟລ໌ຢູ່ນັ້ນ ໄຟລ໌ເທິງ server ກໍຈະບໍ່ສາມາດໃຊ້ງານໄດ້ ເຊິ່ງລວມເຖິງການກັອບປີ້ໄຟລ໌ຫລືເປີດໄຟລ໌ດ້ວຍ ໂດຍໄຟລ໌ທີ່ເກີດບັນຫາ ຈະຖືກແກ້ໃນສ່ວນຂອງ header ເພື່ອທີ່ຈະຂັດຂວາງການຈື່ໄດ້ ຢ່າງໃດກໍຕາມ ຍັງມີຜູ້ໃຊ້ບາງສ່ວນໄດ້ລາຍງານວ່າ ສາມາດທຳການບັນທຶກໄຟລ໌ໄດ້ ຫາກເລືອກທີ່ Save As ແທນ Save ເຊິ່ງເລື່ອງນີ້ທັງ Adobe ແລະ Apple ຍັງບໍ່ໄດ້ອອກມາໃຫ້ຄວາມຄິດເຫັນແຕ່ຢ່າງໃດ

Source :AppleInsider
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin