ລຳໂພງຫລອດແກ້ວ-ສຽງ360ອົງສາ-ພ້ອມຂາຍເດືອນມິຖຸນານີ້ PDF Print E-mail
User Rating: / 1
PoorBest 
Written by birdflu2007.exe   


ຫລັງຈາກເປັນພຽງແນວຄິດມາດົນນັບປີ ຫລ້າສຸດໂຊນີ້ເປີດໂຕ " Sountina" ລຳໂພງແກ້ວຊົງຫລອດຍາວໃສລຸ້ນທຳອິດທີ່ສາມາດໃຫ້ສຽງແບບ 360 ອົງສາທຸກທິດທາງ ແທ່ງດຽວຈົບບໍ່ຕ້ອງມີລຳໂພງນ້ອຍຫ້ອຍທ້າຍຫລາຍໂຕໃຫ້ຫຍຸ້ງຍາກ ແຖມຢູ່ດ້ານໜ້າຫລືຫລັງລຳໂພງກໍໄດ້ຍິນສຽງເທົ່າກັນ
         "Sountina" ລຳໂພງຊົງຫລອດຍາວສີໃສລຸ້ນທຳອິດຂອງໂຊນີ້ທີ່ສາມາດໃຫ້ສຽງແບບ 360 ອົງສາທຸກທິດທາງ
       Sountina ຫລື NSA-PF1 ນັ້ນສ້າງມາຈາກຄອນເຊັບ The Sony Tubular ເຊິ່ງເຜີຍແຜ່ສູ່ສາຍຕາສາທາລະນະຊົນປະມານ 1 ປີມາແລ້ວ ໂຊນີ້ກາລັນຕີວ່າຜົນຕອບສະຫນອງຄວາມຖີ່ຫລື frequency response ຂອງ Sountina ຢູ່ທີ່ 50Hz – 20,000Hz ສາມາດໃຊ້ກັບສາຍເຄເບີນໃຍແກ້ວຫລືສາຍໂລຫະ ພາຍໃນຫລອດ acrylic ຕິດຕັ້ງຊັບວູຟເຟີ (ຂະໜາດ 13 ຊມ.) ໄວ້ລຸ່ມສຸດ ກ່ອນຈະເປັນລຳໂພງຂະໜາດກາງ (7 ຊມ.) ແລະໂຕ tweeter ການສັ່ນສະເທືອນພາຍໃນຫລອດຈະເຮັດໃຫ້ເກີດສຽງແບບຂາດທິດທາງ
       
        ຈະຢູ່ທາງຫນ້າຫລືທາງຫລັງ ກໍ່ໄດ້ຍິນສຽງໄດ້ທຸກທິດທາງ

       ບໍ່ມີລາຍງານກຳລັງຂັບຂອງ Sountina ໃນຂະນະນີ້ ໂດຍຂະໜາດຂອງ Sountina ຄື 325x1845x325 ມມ. ນ້ຳໜັກ 12.5 ກິໂລກຣາມ ພ້ອມວາງຈຳໜ່າຍວັນທີ່ 20 ມິຖນານີ້
       
Source:bocms
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin