|
|
|||||||||||||||||||
| ລຳໂພງຫລອດແກ້ວ-ສຽງ360ອົງສາ-ພ້ອມຂາຍເດືອນມິຖຸນານີ້ |
|
|
|
| Written by birdflu2007.exe | |
|
ຫລັງຈາກເປັນພຽງແນວຄິດມາດົນນັບປີ ຫລ້າສຸດໂຊນີ້ເປີດໂຕ " Sountina" ລຳໂພງແກ້ວຊົງຫລອດຍາວໃສລຸ້ນທຳອິດທີ່ສາມາດໃຫ້ສຽງແບບ 360 ອົງສາທຸກທິດທາງ ແທ່ງດຽວຈົບບໍ່ຕ້ອງມີລຳໂພງນ້ອຍຫ້ອຍທ້າຍຫລາຍໂຕໃຫ້ຫຍຸ້ງຍາກ ແຖມຢູ່ດ້ານໜ້າຫລືຫລັງລຳໂພງກໍໄດ້ຍິນສຽງເທົ່າກັນ "Sountina" ລຳໂພງຊົງຫລອດຍາວສີໃສລຸ້ນທຳອິດຂອງໂຊນີ້ທີ່ສາມາດໃຫ້ສຽງແບບ 360 ອົງສາທຸກທິດທາງ Sountina ຫລື NSA-PF1 ນັ້ນສ້າງມາຈາກຄອນເຊັບ The Sony Tubular ເຊິ່ງເຜີຍແຜ່ສູ່ສາຍຕາສາທາລະນະຊົນປະມານ 1 ປີມາແລ້ວ ໂຊນີ້ກາລັນຕີວ່າຜົນຕອບສະຫນອງຄວາມຖີ່ຫລື frequency response ຂອງ Sountina ຢູ່ທີ່ 50Hz – 20,000Hz ສາມາດໃຊ້ກັບສາຍເຄເບີນໃຍແກ້ວຫລືສາຍໂລຫະ ພາຍໃນຫລອດ acrylic ຕິດຕັ້ງຊັບວູຟເຟີ (ຂະໜາດ 13 ຊມ.) ໄວ້ລຸ່ມສຸດ ກ່ອນຈະເປັນລຳໂພງຂະໜາດກາງ (7 ຊມ.) ແລະໂຕ tweeter ການສັ່ນສະເທືອນພາຍໃນຫລອດຈະເຮັດໃຫ້ເກີດສຽງແບບຂາດທິດທາງ ຈະຢູ່ທາງຫນ້າຫລືທາງຫລັງ ກໍ່ໄດ້ຍິນສຽງໄດ້ທຸກທິດທາງ ບໍ່ມີລາຍງານກຳລັງຂັບຂອງ Sountina ໃນຂະນະນີ້ ໂດຍຂະໜາດຂອງ Sountina ຄື 325x1845x325 ມມ. ນ້ຳໜັກ 12.5 ກິໂລກຣາມ ພ້ອມວາງຈຳໜ່າຍວັນທີ່ 20 ມິຖນານີ້ Source:bocms |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|