ວິທີຕິດຕັ້ງ Joomla! 1.5.3 ໃນ localhost PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   
ກ່ອນອື່ນຫມົດ ເຮົາຕ້ອງມີໂປຣແກຣມ AppServ ກ່ອນ ເພື່ອເອົາໄວ້ເປັນ server ຈຳລອງໃນການໃຊ້ Joomla! ເຊິ່ງທ່ານສາມາດເຂົ້າໄປອ່ານວິທີຕິດຕັ້ງໄດ້ຕາມລິ້ງນີ້ ວິທີຕິດຕັ້ງ  AppServ

Download AppServ ໄດ້ຈາກ http://www.appservnetwork.com

ແລະວິທີການປັບຄ່າການປັບຄ່າ AppServ

ເຮົາມາເຂົ້າເລື້ອງກັນເລີຍ ຫລັງຈາກທີ່ດາວໂຫລດແລະຕິດຕັ້ງ AppServ ແລ້ວ ໃຫ້ທ່ານໄປສ້າງໂຟນເດີ້ໃນ C:\AppServ\www ໃສ່ຊື່ຫຍັງກໍໄດ້ ຖ້າຈະໃຫ້ຈົດຈຳງ່າຍກໍໃສ່ເປັນ joomla150 ແລ້ວແຕກໄຟລ໌ໄປໃສ່ໃນໂຟນເດີ້ນີ້ເລີຍ

ຫລັງຈາກນັ້ນ ກໍເຂົ້າໄປທີ່ http://localhost/joomla150/ ແລ້ວມັນກໍຈະມີຫນ້າຕາອອກມາເປັນດັ່ງຮູບດ້ານລຸ່ມ
1. ພໍເຂົ້າມາແລ້ວ ເຮົາກໍເລືອກພາສາ ຕາມໃຈ ໃນທີ່ນີ້ຂ້າພະເຈົ້າຂໍເລືອກພາສາລາວ ແລ້ວກົດ Next





2.ຂັ້ນຕອນຕາມຮູບດ້ານລຸ່ມ ແມ່ນມັນຈະກວດສອບວ່າຊອຟຕ໌ແວຂອງທ່ານມີຄວາມພ້ອມທີ່ຈະຕິດຕັ້ງ joomla ຫລືຍັງ (php ຕ້ອງແມ່ນ ເວີຊັ້ນ 4.3 ຂຶ້ນໄປ) ແລ້ວກົດ ຖັດໄປ






3.ໃນຫນ້ານີ້ແມ່ນຈະສະແດງຂໍ້ມູນ GNU Lincense ແລ້ວກົດ ຖັດໄປ




4. ມາຮອດຂັ້ນຕອນນີ້ແມ່ນເປັນຂັ້ນຕອນທີ່ສຳຄັນ ເຊິ່ງເຮົາຈະຕ້ອງກຳນົດຄ່າຕ່າງໆດັ່ງນີ້

ຊະນິດຂອງຖານຂໍ້ມູນ ແມ່ນມີ 2ແບບ ໃຫ້ເຮົາເລືອກ ຄື mysql ແລະ mysqli ໃນທີ່ນີ້ໃຫ້ເຮົາເລືອກ mysql

ຊື່ໂຮດສ໌ ແມ່ນໃສ່ຊື່ວ່າ localhost 

ຊື່ຜູ້ໃຊ້ຖານຂໍ້ມູນ ກໍຕັ້ງເປັນ root

ລະຫັດຜ່ານ  ແມ່ນຕັ້ງຕາມ ລະຫັດຖານຂໍ້ມູນ ໃນ phpmyadmin ຂອງທ່ານ

ຊື່ຖານຂໍ້ມູນ ໃນທີ່ນີ້ ຂ້າພະເຈົ້າໃສ່ຊື່ວ່າ joomla150 (ໃນເວີຊັ້ນ 1.5.3 ນີ້ ມັນຈະຕັ້ງຖານຂໍ້ມູນໃຫ້ເຮົາອັດຕະໂນມັດ ໂດຍທີ່ບໍ່ຕ້ອງໄປຕັ້ງໃນ phpmyadmin)

ເມື່ອສຳເລັດແລ້ວກໍກົດ ຖັດໄປ




5.ມາຮອດຂັ້ນຕອນນີ້ ບໍ່ຈຳເປັນຕ້ອງເຮັດຫຍັງ ກົດ ຖັດໄປ ໄດ້ເລີຍ


6.ໃນຫນ້າການຕັ້ງຄ່າລະບົບຫລັກນີ້ ແມ່ນທ່ານຕ້ອງມາໄດ້ກຳນົດຄ່າຕ່າງໆເຊັ່ນ
ຊື່ຂອງເວັບໄຊຍ ແມ່ນໃສ່ໄດ້ຕາມໃຈ

ແລະມັນກໍຈະໃຫ້ເຮົາ ໃສ່ອີເມວ ແລະ ລະຫັດຜ່ານ ຂອງ admin

ສ່ວນດ້ານລຸ່ມ ແມ່ນຈະມີປຸ່ມໃຫ້ເຮົາຄຣິກຕິດຕັ້ງຕົວຢ່າງເນື້ອຫາຂອງເວັບ ຖ້າທ່ານໃດຕ້ອງການຕິດຕັ້ງກໍຄຣິກຕິດຕັ້ງໄດ້ເລີຍ

ເມື່ອສຳເລັດກໍກົດ ຖັດໄປ






7.ເມື່ອຕິດຕັ້ງສຳເລັດ ກໍຈະມີຂໍ້ມຄວາມສີແດງຂຶ້ນມາບອກວ່າ ໃຫ້ເຮົາໄປປ່ຽນຊື່ຫລືລຶບໂຟນເດີ້ installation
ເຮົາສາມາດເຂົ້າໄປແກ້ໄຂໃນໂຟນເດີ້ joomla150
ແລ້ວຈະມີ2ປຸ່ມໃຫ້ທ່ານເລືອກຄື ເບິ່ງຫນ້າເວັບໄຊຍ ແລະ ຜູ້ເບິ່ງແຍງ


ແລ້ວມັນກໍຈະມີຫນ້າຕາແບບນີ້ ສຳລັບຫນ້າເວັບ


ຫນ້າຜູ້ເບິ່ງແຍງ



ປ.ລ ສຳລັບ joomla 1.5.3 ນີ້ແມ່ນສາມາດເຂົ້າໄປໂຫລດໄດ້ທີ່ www.joomla.org ຫລື www.laoopensource.org ກໍໄດ້
 
Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin