Mozilla ເຜີຍກຳນົດສົ່ງ Firefox 3 ເດືອນມິຖຸນານີ້ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

ແຟນ ໆຂອງເວັບບລາວນ໌ເຊີລ໌ຍອດຮິດ Firefox ກຽມພົບກັບຊອຟທ໌ແວລ໌ອັບເດດການເຮັດວຽກຂອງເວັບບລາວນ໌ເຊີລ໌ Firefox ເວີລ໌ຊັ່ນທີ່ສາມ ຫລື Firefox 3 ເຊິ່ງຖືເປັນເວີລ໌ຊັ້ນສຸດທ້າຍ ພາຍໃນເດືອນມິຖຸນານີ້ ໂດຍ Mike Schroepfer ຮອງປະທານກຳມະການຂອງ Mozilla ໄດ້ອອກມາໃຫ້ສຳພາດເມື່ອວັນພຸດທີ່ຜ່ານມາວ່າ ທາງເຮົາກຽມທຳການສົ່ງຊອຟທ໌ແວລ໌ອັບເດດການເຮັດວຽກຂອງເວັບບລາວນ໌ເຊີລ໌ Firefox ເວີລ໌ຊັ້ນທີ່ສາມ ຫລື Firefox 3 ພາຍໃນເດືອນມິຖຸນາທີ່ຈະເຖິງນີ້ ເຊິ່ງສາມາດໃຊ້ໄດ້ທັງລະບົບປະຕິບັດການ Windows, Mac OS X ແລະ Linux ໂດຍພາຍຫລັງຈາກທີ່ Firefox ທຳການເປີດໂຕ ກໍໄດ້ຮັບສຽງຕອບຮັບທີ່ດີຈາກຜູ້ໃຊ້ ແລະໄດ້ຮັບສ່ວນແບ່ງຮຸ້ນໃນຕະຫລາດເໜືອຄູ່ແຂ່ງຢ່າງ Internet Explorer ຂອງໄມໂຄຣຊອຟທ໌ ເຊິ່ງໃນເດືອນກຸມພາທີ່ຜ່ານມາ ມີຍອດການດາວໂຫລດ Firefox ກວ່າ 500 ລ້ານດາວໂຫລດ ແລະໃນຂະນະນີ້ ມີຍອດດາວໂຫລດກວ່າ 556 ລ້ານເທື່ອ ເຊິ່ງໃນ Firefox 3 ນີ້ ໄດ້ປັບປຸງແກ້ໄຂໃນສ່ວນຕ່າງ ໆ ເຊັ່ນ ໃນເລື່ອງຂອງປະສິດທິພາບແລະການເຮັດວຽກຂອງຫນ່ວຍຄວາມຈຳ ເຊິ່ງຈະມີຄວາມໄວກວ່າເວີລ໌ຊັ້ນກ່ອນໜ້າເຖິງ 2 ໃນ 3 ແລະໄວກວ່າ IE 7 ເຖິງ 10 ເທົ່າ ນອກຈາກນີ້ ຍັງໃຊ້ຫນ່ວຍຄວາມຈຳຫນ້ອຍ ຫລາຍ ໆ ໃນເລື່ອງຂອງການປ້ອງກັນຮັກສາຄວາມປອດໄພ ຈະມີການແຈ້ງເຕືອນຜູ້ໃຊ້ງານບໍ່ໃຫ້ເຂົ້າໄປໃນສ່ວນທີ່ອາດຈະມີພວກໄວລັສຫລືສະປາຍແວລ໌ຢູ່ໄດ້ ເປັນຕົ້ນ

Source :CNET
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin