|
|
|||||||||||||||||||
| Microsoft ໃຊ້ໄມ້ອ່ອນເຂົ້າຫາ ເພື່ອເຈລະຈາກັບ Yahoo |
|
|
|
| Written by birdflu2007.exe | |
|
Carl Icahn ຜູ້ຖືຮຸ້ນລາຍໃຫຍ່ຂອງຢາຮູ ໄມໂຄຣຊອຟທ໌ (Microsoft) ໃຊ້ນ້ຳເຢັນເຂົ້າລູບຢາຮູ (Yahoo) ປະກາດພ້ອມສະເໜີຂໍ້ຕົກລົງໃໝ່ທີ່ບໍ່ແມ່ນການຊື້ກິດຈະການເຕັມຮູບແບບ ນັກວິເຄາະເລັງເຫັນວ່າຂໍ້ຕົກລົງນີ້ເອງທີ່ຈະເຮັດໃຫ້ຢາຮູລອດພົ້ນຈາກສຶກແຊກແຊງທີມບໍລິຫານ ຫລັງຈາກມີຂ່າວວ່ານັກການເງີນຊື່ດັ່ງ Carl Icahn ພ້ອມເປັນຜູ້ນຳທີມຜູ້ຖືຮຸ້ນຢາຮູຜັກດັນໃຫ້ມີການປ່ຽນທີມບໍລິຫານຢາຮູ ເພື່ອໃຫ້ມີການພິຈາລະນາຂາຍກິດຈະການຢາຮູແກ່ໄມໂຄຣຊອຟທ໌ໃນລາຄາງາມ "ໄມໂຄຣຊອຟທ໌ໄດ້ການພິຈາລະນາເພີ່ມທາງເລືອກໃຫ້ຢາຮູ ເຊິ່ງຈະເປັນການຮ່ວມມືດ້ານການດຳເນີນງານ ບໍ່ແມ່ນການຄວບລວມກິດຈະການທັງໝົດຂອງຢາຮູຢ່າງເຕັມຮູບແບບ" ຕົວແທນໄມໂຄຣຊອຟທ໌ກ່າວຢືນຢັນວ່າສິ່ງທີ່ໄມໂຄຣຊອຟທ໌ກຳລັງພິຈາລະນາບໍ່ແມ່ນການສະເໜີຊື້ກິດຈະການຢາຮູໃນລາຄາໃໝ່ ຕາມລາຍງານຂອງລອຍເຕີລ໌ສ ຍັງບໍ່ມີຂໍ້ມູນໃດ ໆຂອງທາງເລືອກໃໝ່ທີ່ໄມໂຄຣຊອຟທ໌ກ່າວເຖິງ ໄມໂຄຣຊອຟທ໌ນັ້ນປະກາດເລື່ອງນີ້ໃນວັນອາທິດທີ່ຜ່ານມາ (18) ເປັນມື້ດຽວກັບທີ່ຢາຮູອອກມາຢືນຢັນອີກຄັ້ງວ່າໄດ້ເລີ່ມພິຈາລະນາທາງເລືອກທີ່ຢາຮູມີຢ່າງຈິງຈັງ ແລະໄດ້ເປີດຮັບທຸກຂໍ້ຕົກລົງທີ່ເຊື່ອວ່າເປັນສິ່ງທີ່ດີທີ່ສຸດສຳລັບນັກລົງທຶນແລ້ວຕະຫລອດເວລາທີ່ຜ່ານມາ ໂດຍກຳມະການບໍລິຫານຢາຮູຈະຄຳນຶງເຖິງປະໂຫຍດຂອງແຕ່ລະທາງເລືອກທຸກທາງທີ່ມີ ພິຈາລະນາວ່າທາງເລືອກນັ້ນສອດຄ້ອງກັບພັນທະກິດຂອງຢາຮູຫລືບໍ່ ແລະຈະຄຳນຶງເຖິງຄວາມຄຸ້ມຄ່າສູງສຸດຂອງຜູ້ຖືຮຸ້ນ ຢາຮູຢືນຢັນເຊັ່ນດຽວກັບໄມໂຄຣຊອຟທ໌ ວ່າໄມໂຄຣຊອຟທ໌ບໍ່ໄດ້ສົນໃຈຊື້ກິດຈະການຂອງຢາຮູຢ່າງເຕັມຮູບແບບໃນຂະນະນີ້ ຈຸດນີ້ນັກວິເຄາະໄດ້ແຕ່ຄາດເດົາວ່າ ທາງເລືອກທີ່ໄມໂຄຣຊອຟທ໌ສະເໜີໄປຈະສ້າງປະໂຫຍດໃຫ້ໄມໂຄຣຊອຟທ໌ໄດ້ຄຸ້ມຄ່າກວ່າການເສຍເງິນມະຫາສານໃນການຊື້ກິດຈະການ ຂະນະດຽວກັນຜົນດີີກໍຈະເກີດຂຶ້ນກັບທັງສອງຝ່າຍ ຢາຮູຍັງຄົງເປັນຕົວຂອງຕົວເອງໄດ້ ຂະນະທີ່ໄມໂຄຣຊອຟທ໌ບໍ່ຕ້ອງແບກຮັບຄວາມສ່ຽງຈາກການຄວບລວມ ທີ່ມີຊື່ສຽງໃນທາງລົບຫລາຍກວ່າບວກ ຢ່າງໃດກໍຕາມ ມີນັກວິເຄາະບາງລາຍທີ່ເຊື່ອວ່າສິ່ງທີ່ເກີດຂື້ນອາດບໍ່ເປັນຜົນດີີກັບໄມໂຄຣຊອຟທ໌ ມູນຄ່າຮຸ້ນຢາຮູໃນອາດຈະເພີ່ມຂຶ້ນສວນທາງກັບຮຸ້ນໄມໂຄຣຊອຟທ໌ທີ່ຈະຫຍັບຕົວລົງ ແລະການຮ່ວມທຶນລະຫວ່າງໄມໂຄຣຊອຟທ໌ແລະຢາຮູອາດເຮັດໃຫ້ເກີດຄວາມສັບສົນ ເນື່ອງຈາກການປະກາດຂອງໄມໂຄຣຊອຟທ໌ທີ່ຜ່ານມາເຮັດໃຫ້ທຸກຝ່າຍເຊື່ອວ່າລະຫວ່າງທັງສອງນັ້ນຈົບສິ້ນໄປແລ້ວ ກາຍເປັນວ່າໄມໂຄຣຊອຟທ໌ເປັນເດັກລ້ຽງແກະທີ່ບໍ່ໜ້າເຊື່ອຖື ລາຍງານຈາກນິວຢອກທາມສ໌ວິເຄາະວ່າໄມໂຄຣຊອຟທ໌ແລະຢາຮູອາດເປັນພັນທະມິດຫລືຮ່ວມທຶນເພື່ອສ້າງໄມ້ເດັດດ້ານທຸລະກິດໂຄສະນາເທິງເສິລ໌ຊເອັນຈິ້ນເພື່ອແຂ່ງຂັນກັບກູເກີນ ເຊິ່ງຢາຮູຈະຕ້ອງຊັ່ງໃຈເລືອກລະຫວ່າງການຮ່ວມມືກັບໄມໂຄຣຊອຟທ໌ເພື່ອສູ້ກັບກູເກີນ ຫລືຈະຮ່ວມມືກັບກູເກີນເພື່ອສ້າງລາຍໄດ້ເຂົ້າກະເປົາໃຫ້ຫລາຍທີ່ສຸດ ຈຸດນີ້ແຫລ່ງຂ່າວຂອງນິວຢອກທາມສ໌ລະບຸວ່າ ການເຈລະຈາກ່ຽວກັບແຜນການໃຊ້ແພັດຟອມໂຄສະນາຂອງກູເກີນເທິງຢາຮູຈະເກີດຂຶ້ນພາຍໃນອາທິດນີ້ ຢາຮູນັ້ນທົດລອງໃຊ້ແພັດຟອມໂຄສະນາຂອງກູເກີນມາດົນຫລາຍອາທິດ ທີ່ຜ່ານມາຢາຮູຍັງບໍ່ເຄີຍປະກາດຄວາມເຫັນຕໍ່ຜົນການທົດສອບ ມີພຽງແຕ່ກູເກີນທີ່ອອກມາໃຫ້ຂ່າວວ່າການທົດສອບເປັນໄປດ້ວຍດີ ຜົນການທົດສອບສາທິດໃຫ້ຢາຮູເຫັນວ່າແພດຟອມໂຄສະນາຂອງກູເກີນສາມາດເຮັດລາຍໄດ້ໃຫ້ຢາຮູເປັນກອບເປັນກຳຫລາຍກວ່າແພັດຟອມເດີມທີ່ຢາຮູໃຊ້ຢູ່ ເຮັດໃຫ້ກູເກີນເຊື່ອວ່າຢາຮູຈະມີໃຈເຂົ້າຫາກູເກີນບໍ່ຫນ້ອຍ ຢ່າງໃດກໍຕາມສິ່ງທີ່ເກິດຂື້ນເບິ່ງຈະບໍ່ຖືກໃຈຜູ້ຖືຮຸ້ນ ເນື່ອງຈາກມີຂ່າວວ່ານັກການເງີນຊື່ດັ່ງ Carl Icahn ເຊິ່ງຖືຮຸ້ນຢາຮູກວ່າ 59 ລ້ານຮຸ້ນ ພ້ອມເປັນຜູ້ນຳທີມຜູ້ຖືຮຸ້ນລາຍອື່ນແລະຜັກດັນໃຫ້ມີການປ່ຽນທີມບໍລິຫານຢາຮູ ເຊຶ່ງຈະເປັນທີມໃໝ່ທີ່ພ້ອມເປີດການເຈລະຈາຂາຍກິດຈະການຢາຮູແກ່ໄມໂຄຣຊອຟທ໌ອີກຄັ້ງຢ່າງເຕັມໃຈ Source: Arip |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|