ອັບເດດເທັກໂນແບບຕິດບັ້ງໄຟດ້ວຍ "Java SE" PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

  ຊັນເປີດຕົວ Java Platform Standard Edition (Java SE) for Business ໃໝ່ຫລ້າສຸດ ເຂົ້າເຖິງການອັບເດດເທັກໂນໂລຢີໃໝ່ ໆ ໄດ້ວ່ອງໄວຍິ່ງຂຶ້ນ ພ້ອມມີການຕິດຕັ້ງລະດັບເອັນເທີລ໌ໄພ໌ສແກ່ລູກຄ້າ ແລະຜູ້ລວມລະບົບສາມາດນຳສະເໜີ Java SE for Business ໃຫ້ກັບລູກຄ້າຜູ້ໃຊ້ງານໄດ້ໂດຍສະດວກ  ຈີດ ຄອນ ຮອງປະທານກຸ່ມທຸລະກິດຊອຟຕ໌ແວລ໌ໄຄເອນຕ໌ ບໍລິສັດຊັນ ໄມໂຄຣຊິດສ໌ເຕັມສ໌ ກ່າວວ່າ ບໍລິການ Java SE for Business ເລີ່ມຂຶ້ນຈາກຄວາມຄິດເຫັນແລະການຕອບຮັບຈາກທັງລູກຄ້າແລະ ISV ທີ່ມີການສະເໜີແນະໃຫ້ຂະຫຍາຍໄລຍະເວລາທີ່ຊັນຊັບຜອດການອັບເດດ Java SE ອອກໄປໂດຍຜ່ານຊ່ອງທາງການສະໜັບສະໜູນໃນແບບທີ່ມີຄ່າໃຊ້ຈ່າຍ
       
       "ນັບແຕ່ນີ້ຕໍ່ໄປ ທັງລູກຄ້າແລະພາດເນີ້ຂອງຊັນທີ່ໃຊ້ງານຈາວາແອັບພຣເຄຊັ້ນກັບລີລີສເກົ່າ ຈະມີທາງເລືອກເພີ່ມທີ່ຈະຍ້າຍລະບົບມາລັນກັບລີລີສໃໝ່ ຫລືເລືອກສະໝັກ Java SE for Business ເພື່ອຮັບການອັບເດດສຳຄັນທີ່ຈຳເປັນໃນການດຳເນີນທຸລະກິດຕໍ່ໄປ ລວມເຖິງລະບົບປະຕິບັດການໃໝ່ທີ່ຈະໃຊ້ກັບແອັບພຣິເຄຊັ້ນທີ່ໃຊ້ງານຢູ່ເດີມອີກດ້ວຍ"
       
       Java SE for Business ຖືກພັດທະນາຂຶ້ນສຳລັບລູກຄ້າຜູ້ທີ່ເບິ່ງການໄກທີ່ຕ້ອງການການສະໜັບສະໜູນການໃຊ້ງານແພັດຟອມໃນໄລຍະຍາວ ເຊິ່ງອາດຈະຫລາຍເຖິງ 15 ປີ ໂດຍທີ່ຊັນຈະຍັງສະໜັບສະໜູນລີລີສໃນແບບທີ່ຍັງບໍ່ໃຊ້ບໍລິການຜ່ານການຮັບສະໝັກຫລ້າສຸດຂອງ Java SE ຕໍ່ໄປໂດຍບໍ່ຄິດຄ່າໃຊ້ຈ່າຍແລະຈະມີບໍລິການເບິ່ງແຍງຮັກສາອັບເດດໄຕມາດເປັນເວລາສາມປີຕໍ່ລີລີສແຟມມິລີ່
       
       ໃນອະນາຄົດການອອກລີລີສໃໝ່ ໆ ຂອງ Java SE ຈະຍັງຄົງພັດທະນາພາຍໃຕ້ຂໍ້ຕົກລົງການໃຊ້ງານ General Public License version 2 (GPL v2) ໃນຖານະເປັນສ່ວນຫນຶ່ງຂອງຊຸມຊົນພັດທະນາໂອເພ່ນຊອລ໌(OpenSource) OpenJDK ທີ່ http://openjdk.java.net
       
       ການບໍລິການແບບສະໝັກໃຊ້ງານ Java SE for Business ຈະຊ່ວຍໃຫ້ລູກຄ້າສາມາດເຂົ້າເຖິງການອັບເດດການແກ້ໄຂທີ່ສຳຄັນຕ່າງ ໆ ທັງໃນດ້ານການດຳເນີນທຸລະກິດແລະການຮັກສາຄວາມປອດໄພລະບົບໂດຍຜ່ານບໍລິການ Java SE for Business Revisions
       
       ນອກຈາກນີ້ລູກຄ້າຍັງສາມາດໄດ້ອັບເດດການແກ້ໄຂສະເພາະດ້ານທີ່ຕ້ອງການຈາກຊັນໄດ້ໄວຂຶ້ນກວ່າເກົ່າ ສຳລັບໃນອະນາຄົດ ຊັນຍັງໄດ້ວາງແຜນທີ່ຈະເພີ່ມຄຸນສົມບັດໃໝ່ ໆ ໃຫ້ກັບ Java SE for Business ໄດ້ແກ່ IT managed Java auto-update ແລະການລວມລະບົບກັບ Sun xVM Ops Center ເຊິ່ງຄຸນສົມບັດການໃຊ້ງານໃໝ່ ໆ ເຫລົ່ານີ້ຈະຊ່ວຍໃຫ້ ຜູ້ບໍລິຫານໄອທີສາມາດເຫັນພາບການໃຊ້ງານແອັບພິເຄຊັ້ນຈາວາໃນບໍລິສັດຕະຫລອດຈົນບໍລິຫານການຕິດຕັ້ງໄດ້ດີຍິ່ງຂຶ້ນ
       
       ສຳລັບ Java SE for Business ມີໃນຮູບຂອງໄລເຊນສ໌ສຳລັບບໍລິສັດ ພ້ອມດ້ວຍການສະໜັບ-ສະໜູນສາມລະດັບ ຄື ມາດຕະຖານ ພຣີມຽມ ແລະພຣີມຽມ ພລັສ ໂດຍຄິດຄ່າໃຊ້ຈ່າຍຕໍ່ຈຳນວນພະນັກງານຕໍ່ປີ ມີໃຫ້ສຳລັບ Java SE ເວີລ໌ຊັ່ນແຟມມິລີ່ 1.4, 5.0 ແລະ 6 ສຳລັບລະບົບປະຕິບັດການ Solaris 10, Windows ແລະRed Hat Linux ສ່ວນລູກຄ້າທີ່ໃຊ້ງານ Solaris OS ສາມາດເຂົ້າເຖິງ Java SE for Business for Solaris ໂດຍບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ


Source: Bcoms
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin