|
|
|||||||||||||||||||
| -=[GH Review - Assassin'S Creed]=- |
|
|
|
| Written by coco | |
|
Assassin'S Creed ![]() ຫລາຍໆທ່ານຄົງຈະເຄີຍຫລິ້ນເກມແນວລອບສັງຫານມາແລ້ວເຊັ່ນ: Hitman, SprinterCell, MetalGear.... ເຊິງແຕ່ລະເກມກໍຈະມີເອກະລັກຂອງໃຜມັນທີ່ແຕກຕ່າງກັນໄປ ແຕ່ເຮົາສັງເກດໄດ້ເລີຍວ່າ ເກມແນວລອບສັງຫານສວນຫລາຍແມ່ນຈະເປັນເນື້ອເລື້ອງຂອງຍຸກປະຈຸບັນທັ້ງນັ້ນແລະເນື້ອເລື້ອງນັ້ນກໍບໍ່ໄດ້ຊັບຊ້ອນປານໃດ, ແຕກຕ່າງຈາກເກມ Assassin'S Creed ຢ່າງຊິ້ນເຊີງ. ຫລັງຈາກທີເຄີຍໄດ້ Preview ມາແລ້ວ, ມາໃນຄັ້ງນີ້ ກໍຕາມສັນຍາທີໄດ້ໃຫ້ໄວ້ສຳຫລັບບົດ Review ຂອງເກມ Assassin's Creed ເກມພາບມຸມມອງບຸກຄົນທີ 3 ແນວລອບສັງຫານ. ![]() ເນື້ອເລື້ອງໂດຍຫຍໍ້: ເປັນເລື້ອງລາວຂອງຊາຍຄົນຫນຶ່ງຊື່ວ່າ Desmond Miles ຖືກອົງກອນຫລັບຈັບໂຕມາທົດລອງກັບເຄື່ອງ Animus ທີ່ມີຄວາມສາມາດດຶງເອົາຄວາມຊົງຈຳຂອງບັນພະບູລຸດທີ່ຖືກ " ຖ່າຍທອດ " ອອກມາໄດຍຜ່ານທາງ DNA ອອກມາໃຫ້ເຫັນເປັນພາບໄດ້. ສິ່ງທີ່ອົງກອນນີ້ຕ້ອງການຈາກ Desmond Miles ຄືການເຂົ້າຖຶງ ພາກສ່ວນຄວາມຊົງຈຳ ອັນສຸດທ້າຍໃນ DNA ຂອງ Desmond Miles ເພາະໃນນັ້ນແມ່ນມີຄວາມຫລັບອັນສຳຄັນທີພວກອົງກອນລັບຕ້ອງການຢູ່... ແຕ່ເນື່ອງຈາກຂໍ້ຈຳກັດບາງປະການເຮັດໃຫ້ເຄື່ອງ Animus ບໍ່ສາມາດ ເຂົ້າເຖິງຄວາມຊົງຈຳໄດ້ໂດຍກົງ ຈຶ່ງຈຳເປັນຕ້ອງໄດ້ເລີ່ມຈາກ ຄວາມຊົງຈຳ ທີ່ໃກ້ຄຽງກັນອັນເປັນທີມາຂອງການພະຈົນໄພໃນ ພາກສ່ວນຄວາມຊົງຈຳ ນີ້. ໃນອາດີດ ບັນພະບູລຸດຂອງ Desmond Miles ເປັນນັກຂ້າໃນສັງກັດອົງກອນ Assassin ຂອງ Master Al Mualim ມີຊື່ວ່າ Altair ( ອ່ານວ່າ ອັລທາອິ ) ໃນຊ້ວງສະໄຫມສົງຄາມຄຣູເຊັດ, ບັນດາຊາວຄຣິສໄດ້ຮ່ວມກັນເຮັດສົງຄາມສັກສິດກັບບັນດາຊາວ ມຸສລິມ ເພື່ອແຍ່ງຊິງເອົານະຄອນ ເຢຣູຊາເລ໋ມ ເຊິງເປັນທີໆພວກຊາວຄຣິສອ້າງວ່າເປັນທີເກີດຂອງພະເຍຊູ, ກຸ່ມນັກຮົບສາສະຫນາຊາວຄຣິສນີ້ເອີ້ນກັນວ່າພວກ Templar. Altair ແລະພວກອີກ 2 ຄົນໄດ້ຮັບມອບຫມາຍໃຫ້ໄປຂະໂມຍເອົາສົມບັດຊິ້ນຫນຶ່ງຈາກ ສຸສານໂຊໂລມອນ ແຕ່ດ້ວຍຄວາມໃຈຮ້ອນຂອງ Altair ງານກໍເກີດຜິດພາດ ເຮັດໃຫ້ຫມູ່ຄົນຫນຶ່ງຖືກພວກ Templar ຂ້າຕາຍ ສ່ວນອີກຄົນໄດ້ເສຍແຂນໄປຂ້າງຫນຶ່ງ ແຕ່ກໍສາມາດເອົາສົມບັດນັ້ນມາໃຫ້ Al Mualim ໄດ້ສຳເລັດແລະສົມບັດນັ້ນກໍຄື Artifact ທີມີຮູບຮ່າງເປັນຫມາກບານສີທອງ... ຍ້ອນຄວາມຜິດພາດຂອງ Altair ເຮັດໃຫ້ຖືກໂທດໂດຍການປົດອາວຸດທຸກຢ່າງ ແຕ່ຕໍ່ມາ Altair ກໍໄດ້ຮັບພາລະກິດຈາກ Al Mualim ໃຫ້ໄປລອບສັງຫານຜູ້ນຳ Templar 9 ຄົນໂດຍໃຫ້ເຫດຜົນວ່າກຸ່ມຄົນເຫລົ່ານີ້ໄດ້ພະຍາຍາມສ້າງມະຫາສົງຄາມຄັງໃຫມ່ ແລະ ເປັນໄພຕໍ່ຊາວ ມຸສລິມ. ລະບົບການຫລິ້ນ: ລະບົບການຫລິ້ນຂອງເກມນີ້ແມ່ນເປັນແບບມຸມມອງບຸກຄົນທີ 3 ຄືເກມອື່ນໆແຕ່ຈະມີຈຸດພິເສດຢູ່ບ່ອນສາມາດຄວບຄຸມໄດ້ຢ່າງມີອິດສະຫລະແລະເປີດກວ້າງ. ເກມມີລະບົບ ຟີສິກ ທີສົມຈິງຫລາຍ, ການກະທົບຂອງວັດທຸຕ່າງໆມີການສະທ້ອນກັບເຫັນໄດ້ສັດເຈນ ຍົກຕົວຢ່າງເວລາມີການຕໍ່ສູ້ທີຂັ້ນໃດ ເວລາລົ້ມກໍຈະມີການກິ້ງລົງຕາມຂັ້ນໃດລົງຢ່າງສົມຈິງ ແລະ ມີລະບົບແສງເງົາທີຖືວ່າດີສົມຄວນ. ເກມນີ້ໄດ້ຖືກກຳນົດໃຫ້ມີພາລະກິດແບ່ງອອກເປັນ 2 ປະເພດຄື: ພາລະກິດຫລັກ ແລະ ພາລະກິດຍ່ອຍ... ເຊິງພາລະກິດຍ່ອຍນັ້ນແມ່ນອາດຈະເຮັດຫລືບໍ່ເຮັດກໍໄດ້ ແຕ່ຖ້າໃຜຢາກຮູ້ເນື້ອເລື້ອງໃຫ້ຄົບຖ້ວນກໍຄວນເຮັດທຸກພາລະກິດໃຫ້ສຳເລັດ. ເປັນເກມທີຖືວ່າມີຄວາມຮຸນແຮງສູງເນາະ... ເດັກຕ່ຳກວ່າ 16 ບໍ່ຄວນຫລິ້ນ. ![]() ມີດຟັນຄໍເລືອດສາດກະຈາຍ... ເຫັນແລ້ວສຽວແທນ ![]() ລະບົບພາບ: ເປັນເກມບຸກຄົນທີ 3 ທີ່ມີລະບົບພາບທີ່ງາມຫລາຍສູສີກັບເກມ Lost Planet. ສາມາດຫລິ້ນໄດ້ທັງໃນໂຫມດ DX9 ແລະ DX10 ແຕ່ຖ້າຄອມບໍ່ແຮງພໍກໍຫລິ້ນໃນໂຫມດ DX10 ບໍ່ໄດ້ເນາະ ( ຄອມຂ້າພະເຈົ້າສາມາດໄດ້ຫລິ້ນພຽງແຕ່ໃນໂຫມດພາບງາມສຸດຂອງ DX9 ). ໃນເກມນັ້ນຖືວ່າເປີດກວ້າງພໍສົມຄວນ ສາມາດແນມເບິງສາກຫລັງໄດ້ໄກຫລາຍ, ລະບົບແສງເງົາດີສົມຄວນ ສາມາດເຫັນໄດ້ກະທັງຫມອກຄວັນລອຍໄປມາ. ສາມາດເຫັນຫລາຍລະອຽດເລັກໆນ້ອຍໆແລະສາກຫລັງໄດ້ຢ່າງຊັດເຈນ ![]() ສັງເກດສີຫນ້າຂອງທະຫານເວລາຖືກ "ສຽບ"... ![]() ລະບົບສຽງ: ເຮັດອອກມາໄດ້ດີຫລາຍຈົນເຮົາສາມາດຮູ້ໄດ້ເລີຍວ່າ ສຽງທີເກີດນັ້ນແມ່ນເກີດຂຶ້ນທີ່ຈຸດໃດໃນເກມ, ເວລາຄົນລົມກັນ ເຮົາສາມາດຟັງໄດ້ເລີຍວ່າເຂົາເຈົ້າລົມຍັງກັນ ( ແຕ່ເມືອງໃດເປັນເມືອງຂອງຟຣັງກະລົມເປັນພາສາຟຣັງ -*- ), ສຽງການກະທົບຂອງວັດຖຸຕ່າງໆມີຄວາມແຕກຕ່າງກັນຈົນເຮົາສາມາດຮູ້ໄດ້ເລີຍວ່າວັດຖຸນັ້ນແມ່ນຫຍັງ ສ່ວນສຽງເພງປະກອບກໍມ່ວນໄດ້ເລື້ອງບໍ່ດ້ອຍໄປກວ່າເກມອື່ນໆ. ແຕ່ມີສຽງຫນຶ່ງທີ່ເຮົາບໍ່ຄ່ອຍມັກນັ້ນແມ່ນສຽງເວລາທີ່ເຮົາເອົາມີດລັບໄປລອບສັງຫານໃຜບາງຄົນ ສຽງມັນຄືກັບວ່າ ຖືກຄ້ອນຂະຫນາດໃຫຍ່ທຸບໃສ່ ຫລາຍກວ່າຈະເປັນສຽງຂອງມີດສຽບເຂົ້າໄປໃນ. ເຮັດຫຍັງຢູ່ເທິງຫັ່ນນະ ![]() ![]() ຖືກມີດສຽງຄໍ ດັງປານຖືກຄ້ອນທຸບຫົວ -*-! ![]() AI: AI ໃນເກມນີ້ທີວ່າໄດ້ເລື້ອງ ບໍ່ສະຫລາດ ແລະ ບໍ່ຈ້າເກີນໄປ, ທຸກໂຕຈະມີການຕື່ນໂຕຢູ່ສະເຫມີ, ບໍ່ພຽງແຕ່ທະຫານເທົ່ານັ້ນ ພວກປະຊາຊົນກໍມີການຕື່ນຕົວຄືກັນ, ຖ້າເຮົາຫາກທຳຕົວເປັນຕາຫນ້າສົງໃສ ຫລືຈົກມີດຈົກດາບອອກມາໂລໆເລໆ ເວລາພວກປະຊາຊົນເຫັນກໍຈະພາກັນແຕກຕື່ນແລ້ວແລ່ນໄປຟ້ອງພວກທະຫານມາຈັດການກັບເຮົາ ( ຂີ້ຟ້ອງຂະຫນາດ ). ເວລາເຮົາເຂົ້າໄປໃນເມືອງໃດເມືອງຫນຶ່ງ ພວກທະຫານກໍຈະຈັບຕາເບິ່ງເຮົາເປັນພິເສດ, ຖ້າເຮົາຕຸກຕິກຫລືເຮັດຫຍັງໂລດໂຜນເກີນໄປ ກໍ່ຈະຖືກພວກທະຫານໄລ່ຂ້າເອົາ. ຫລາຍໆເກມ ເວລາຕໍ່ສູ້ແມ່ນຈະເຂົ້າມາເທື່ອລະຄົນ, ແຕ່ເກມນີ້ມັນຫລິ້ນລຸມເຮົາເລີຍ -*- ![]() ເຖິງຈະລຸມ ແຕ່ເຮົາກະເກັ່ງກວ່າຢູ່ແລ້ວ ![]() ![]() ສະລຸບໂດຍລວມ: ເປັນເກມທີເຮັດອອກມາໄດ້ດີຫລາຍ ມີຄວາມສົມບູນທັງລະບົບພາບ, ລະບົບ Physic ແລະ ລະບົບສຽງ. ເກມບໍ່ສັ້ນແລະບໍ່ຍາວຈົນເກີນໄປ, ສາມາດເຄືອນໄຫວໄດ້ຢ່າງເປັນອິດສະຫລະ, ມີທ່າແລະເທັກນິກການຕໍ່ສູ້ທີສົມຈິງແລະຫລາກຫລາຍ ແຕ່ຖ້າຫລິ້ນໄປດົນໆແລ້ວ ບາງຄັ້ງທ່າຕໍ່ສູ້ແລະພາລະກິດນັ້ນກໍມັກຈະຊ້ຳຊາກເກີນໄປ ເຊິງເປັນອີກຂໍ້ຈຳກັດຫນຶ່ງຂອງເກມທີຄວນປັບປຸງໃຫ້ເປີດກວ້າງຫລາຍຂຶ້ນກວ່ານີ້. ແຕ່ຈຸດທີ່ເດັ່ນກວ່າຫມູ່ແມ່ນ ເກມນີ້ມີເນື້ອເລື້ອງທີ່ສຸດຍອດຫລາຍ, ໃນເກມຖ້າເຮົາຕັ້ງໃຈຟັງການສົນທະນາຂອງເປົ້າຫມາຍເຮົາ ຈະເຮັດໃຫ້ເຮົາເຂົ້າໃຈເຖິງເນື້ອເລື້ອງທີເຕັມໄປດ້ວຍປິດສະຫນາວ່າສຸດທ້າຍແລ້ວ ມັນຈະລົງເອີຍແນວໃດ. ຂໍ້ໄດ້:
ຂໍ້ເສຍ:
|
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________

























|
|
|