|
|
|||||||||||||||||||
| fortiguardcenter ລາຍງານ 10 ອັນດັບໄວລັສປະຈຳເດືອນ ເມສາ |
|
|
|
| Written by birdflu2007.exe | |
![]() ປະກາດ 10 ອັນດັບໄວລັສປະຈຳເດືອນເມສາ 2008 ແລະໂທຈັນແຝງໃນເກມສອອນໄລນ໌ ມຸ້ງໂຈມຕີປະເທດໃນແຖບເອເຊຍ ເຊັ່ນ ຈີນ, ຮ່ອງກົງ, ອິນເດຍ, ຍີ່ປຸ່ນ, ເກົາຫລີແລະໄຕ້ຫວັນ ໂດຍໂທຈັນມາໃນຮູບຂອງ 2 ເກມ ຄືOnLineGamesEncPK. fam! tr. pws ແລະ OnLineGames. SIN ສົ່ງຄວາມແຮງໂດດຂຶ້ນມາຫລາຍເຖິງ 15 ແລະ 31 ເທົ່າຕາມລຳດັບ ແລະຢູ່ໃນອັນດັບທີ່ 6 ແລະ 7 ໃນ 10 ອັນດັບປະຈຳເດືອນ ເມສາ ນອກຈາກນີ້ Mutant. CVໄວລັສໃນຕະກູນ Cutwail ເຂົ້າມາເປັນອັນດັບ 2 ປະຈຳເດືອນນີ້ເປັນຂໍ້ສັງເກດທຳອິດທີ່ເຫັນໄດ້ແຈ້ງພ້ອມກັບການແອບແຝງຫລາຍ ທີ່ມາກັບ screen-saver ວັນ April Fools Day(ວັນຊີ້ຕົວະ 1 ເມສາ) ທີ່ສົ່ງໄປຍັງຜູ້ຮັບຈຳນວນຫລາຍ ທີມ FortiGuard Global Security Research ລາຍງານທີ່ລວບລວມຈາກ FortiGate ອຸປະກອນຮັກສາຄວາມປອດໄພແບບຫລາຍລະດັບທົ່ວໂລກ ລາຍງານພຶດຕິກຳເມວແວລ໌ອື່ນ ໆທີ່ກວດພົບໃນເດືອນນີ້ • 80% ຂອງOnLineGamesEncPK. fam! tr. pws ມຸ້ງໂຈມຕີໄຕ້ຫວັນ 20% ທີ່ເຫລືອກະຈາຍໄປຍັງ ຍີ່ປຸ່ນ 7.1%ສະຫະລັດອາເມລິກາ 1.9% ອິນເດຍ1.7% ແມັກຊິໂກ 1.1% ລວມທັງປະເທດອື່ນ ໆ • OnLineGames. SIN ສົ່ງຜົນກະທົບກັບປະເທດໃນພູມິພາກເອເຊຍໂດຍສະເພາະໃນ ຈີນ ມີຄວາມຮຸນແຮງເຖິງ 80% ທີ່ເຫລືອກະຈາຍໄປຍັງ ຍີ່ປຸ່ນ 7.6% ຮ່ອງກົງ 4.6% ໄຕ້ຫວັນ 2.3% ເກົາຫລີ 1% ແລະໃນປະເທດອື່ນ ໆ • ນອກຈາກນີ້ວິທີການເຂົ້າໂຈມຕີຢ່າງຮຸນແຮງ ເລີ່ມຈາກໃນໜຶ່ງປະເທດເພື່ອເປັນເມັດພັນໃນການແຜ່ກະຈາຍໂທຈັນ ເທິງເກມ ອອນໄລນ໌ ໂດຍໃຊ້ພາສາຖິ່ນ ເຊັ່ນພາສາຈີນ ເປັນຕົວຊ່ວຍໃນການເຂົ້າໂຈມຕີ • Mutant. CVເລີ່ມແຜ່ຄວາມຮຸນແຮງໃນວັນ April Fools Day ດ້ວຍການມຸ້ງປະເດັນການໂຈມຕີໄປທີ່ຕົວເທດສະການ ໃນຂະນະທີ່ໂທຈັນຈະສົ່ງຄວາມຮຸນແຮງອອກມາທຸກມື້ຕະຫລອດທັງເດືອນ “ຈຳນວນຜູ້ຫລິ້ນເກມໃນເອເຊຍມີຫລາຍກວ່າ 50 % ບໍ່ແມ່ນເລື່ອງໜ້າປະຫລາດ ທີ່ອາດຊະຍາກອນ ໄຊເບີລ໌ຈະເບິ່ງເຫັນຊ່ອງທາງນີ້ໃນການສ້າງລາຍໄດ້ຈາກເຫຍື່ອ ໃນເດືອນທີ່ຜ່ານມາພົບການໂຈມຕີຫລາຍເປັນພິເສດສຳລັບພູມິພາກນີ້”ດິເລກ ແມນຄີຍ໌ ຜູ້ວິໄຈດ້ານການຮັກສາຄວາມປອດໄພຂອງຟອລ໌ດເນັດ ກ່າວ“ລະຫວ່າງທີ່ເກີດຄວາມມັ່ງຄັ່ງໃນຊຸມຊົນຫົວຂະໂມຍເກມ ອອນໄລນ໌ເພີ່ມຂຶ້ນ ເຮົາກໍບໍ່ຢຸດທີ່ຈະກວດສອບການໂຈມຕີຫລາກຫລາຍຮູບແບບທີ່ມີເຂົ້າມາຢ່າງຕໍ່ເນື່ອງ” 10 ອັນດັບແຍກຕາມປະເພດໄພຄຸກຄາມ ![]() 5 ຕະກູນໄວລັສປະຈຳເດືອນເມສາ ![]() ສາມາດອ່ານລາຍງານໄວລັສປະຈຳເດືອນເມສາທັງໝົດໄດ້ທີ່: http://www.fortiguardcenter.com/reports/roundup_apr_2008.html. ຂໍ້ມູນສູນຟອລ໌ດກາດ (http://www.fortiguardcenter.com/) Add RSS http://www.fortinet.com/FortiGuardCenter/rss/index.html ຂໍ້ມູນເພິ່ມເຕິມຂອງບໍລິການ FortiGuard Subscription Services ທີ່ http://www.fortinet.com/products/fortiguard.html |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________















|
|
|