fortiguardcenter ລາຍງານ 10 ອັນດັບໄວລັສປະຈຳເດືອນ ເມສາ PDF Print E-mail
User Rating: / 0
PoorBest 
Written by birdflu2007.exe   

ປະກາດ 10 ອັນດັບໄວລັສປະຈຳເດືອນເມສາ 2008  ແລະໂທຈັນແຝງໃນເກມສອອນໄລນ໌ ມຸ້ງໂຈມຕີປະເທດໃນແຖບເອເຊຍ ເຊັ່ນ ຈີນ, ຮ່ອງກົງ, ອິນເດຍ, ຍີ່ປຸ່ນ, ເກົາຫລີແລະໄຕ້ຫວັນ ໂດຍໂທຈັນມາໃນຮູບຂອງ 2 ເກມ ຄືOnLineGamesEncPK. fam! tr. pws ແລະ OnLineGames. SIN ສົ່ງຄວາມແຮງໂດດຂຶ້ນມາຫລາຍເຖິງ 15 ແລະ 31 ເທົ່າຕາມລຳດັບ ແລະຢູ່ໃນອັນດັບທີ່ 6 ແລະ 7 ໃນ 10 ອັນດັບປະຈຳເດືອນ ເມສາ ນອກຈາກນີ້ Mutant. CVໄວລັສໃນຕະກູນ Cutwail ເຂົ້າມາເປັນອັນດັບ 2 ປະຈຳເດືອນນີ້ເປັນຂໍ້ສັງເກດທຳອິດທີ່ເຫັນໄດ້ແຈ້ງພ້ອມກັບການແອບແຝງຫລາຍ ທີ່ມາກັບ screen-saver ວັນ April Fools Day(ວັນຊີ້ຕົວະ 1 ເມສາ) ທີ່ສົ່ງໄປຍັງຜູ້ຮັບຈຳນວນຫລາຍ
ທີມ FortiGuard Global Security Research ລາຍງານທີ່ລວບລວມຈາກ FortiGate ອຸປະກອນຮັກສາຄວາມປອດໄພແບບຫລາຍລະດັບທົ່ວໂລກ
ລາຍງານພຶດຕິກຳເມວແວລ໌ອື່ນ ໆທີ່ກວດພົບໃນເດືອນນີ້
•         80% ຂອງOnLineGamesEncPK. fam! tr. pws ມຸ້ງໂຈມຕີໄຕ້ຫວັນ 20% ທີ່ເຫລືອກະຈາຍໄປຍັງ ຍີ່ປຸ່ນ 7.1%ສະຫະລັດອາເມລິກາ 1.9% ອິນເດຍ1.7% ແມັກຊິໂກ 1.1% ລວມທັງປະເທດອື່ນ ໆ
•         OnLineGames. SIN ສົ່ງຜົນກະທົບກັບປະເທດໃນພູມິພາກເອເຊຍໂດຍສະເພາະໃນ ຈີນ  ມີຄວາມຮຸນແຮງເຖິງ 80% ທີ່ເຫລືອກະຈາຍໄປຍັງ ຍີ່ປຸ່ນ 7.6% ຮ່ອງກົງ 4.6% ໄຕ້ຫວັນ 2.3% ເກົາຫລີ 1% ແລະໃນປະເທດອື່ນ ໆ
•         ນອກຈາກນີ້ວິທີການເຂົ້າໂຈມຕີຢ່າງຮຸນແຮງ ເລີ່ມຈາກໃນໜຶ່ງປະເທດເພື່ອເປັນເມັດພັນໃນການແຜ່ກະຈາຍໂທຈັນ ເທິງເກມ ອອນໄລນ໌ ໂດຍໃຊ້ພາສາຖິ່ນ ເຊັ່ນພາສາຈີນ ເປັນຕົວຊ່ວຍໃນການເຂົ້າໂຈມຕີ
•         Mutant. CVເລີ່ມແຜ່ຄວາມຮຸນແຮງໃນວັນ April Fools Day ດ້ວຍການມຸ້ງປະເດັນການໂຈມຕີໄປທີ່ຕົວເທດສະການ ໃນຂະນະທີ່ໂທຈັນຈະສົ່ງຄວາມຮຸນແຮງອອກມາທຸກມື້ຕະຫລອດທັງເດືອນ
 “ຈຳນວນຜູ້ຫລິ້ນເກມໃນເອເຊຍມີຫລາຍກວ່າ 50 % ບໍ່ແມ່ນເລື່ອງໜ້າປະຫລາດ ທີ່ອາດຊະຍາກອນ ໄຊເບີລ໌ຈະເບິ່ງເຫັນຊ່ອງທາງນີ້ໃນການສ້າງລາຍໄດ້ຈາກເຫຍື່ອ ໃນເດືອນທີ່ຜ່ານມາພົບການໂຈມຕີຫລາຍເປັນພິເສດສຳລັບພູມິພາກນີ້”ດິເລກ ແມນຄີຍ໌ ຜູ້ວິໄຈດ້ານການຮັກສາຄວາມປອດໄພຂອງຟອລ໌ດເນັດ ກ່າວ“ລະຫວ່າງທີ່ເກີດຄວາມມັ່ງຄັ່ງໃນຊຸມຊົນຫົວຂະໂມຍເກມ ອອນໄລນ໌ເພີ່ມຂຶ້ນ ເຮົາກໍບໍ່ຢຸດທີ່ຈະກວດສອບການໂຈມຕີຫລາກຫລາຍຮູບແບບທີ່ມີເຂົ້າມາຢ່າງຕໍ່ເນື່ອງ”
10 ອັນດັບແຍກຕາມປະເພດໄພຄຸກຄາມ


5 ຕະກູນໄວລັສປະຈຳເດືອນເມສາ

ສາມາດອ່ານລາຍງານໄວລັສປະຈຳເດືອນເມສາທັງໝົດໄດ້ທີ່: http://www.fortiguardcenter.com/reports/roundup_apr_2008.html.
ຂໍ້ມູນສູນຟອລ໌ດກາດ (http://www.fortiguardcenter.com/)
Add RSS http://www.fortinet.com/FortiGuardCenter/rss/index.html
ຂໍ້ມູນເພິ່ມເຕິມຂອງບໍລິການ FortiGuard Subscription Services ທີ່ http://www.fortinet.com/products/fortiguard.html
 
< Prev   Next >
__________________________________________________________________________________
___________________________ຕະຫລາດ ລາວຊ້າ / Laozaa E-market___________________________

Christine Mcguire

Annie Burks

Louise Dillard

Boyd Mccarthy

Jonathan Patton

John Kane

Therese Good

Shannon Jefferson

__________________________ຕາລາງຫນັງສາຍໃນ ITECC___________________________

Punlao | laoupload.com | au8ust.org| pnomsin