|
|
|||||||||||||||||||
| ບອດໄມໂຄຣຊອຟທ໌ຍັງຫາລືກັນ ເລື້ອງຊື້ຮຸ້ນ ຢາຮູ |
|
|
|
| Written by birdflu2007.exe | |
|
ຊີອີໂອໄມໂຄຣຊອຟທ໌ ສະຕີຟ ບອນເມີລ໌ ເທິງເວທີງານຖະແຫລງຂ່າວທີ່ປະເທດຈີນ ວອນລ໌ສະຕີດເຈີລ໌ນອນລາຍງານອ້າງແຫລ່ງຂ່າວນິລະນາມ ວ່າຄະນະຜູ້ບໍລິຫານໄມໂຄຣຊອຟທ໌ (Microsoft) ມີການຫາລືເລື່ອງການສະເໜີຊື້ຮຸ້ນຢາຮູເມື່ອວັນພຸດທີ່ຜ່ານມາ ລາຍງານຊີ້ວ່າເປັນການພິຈາລະນາເພື່ອເພີ່ມຕົວເລກສະເໜີຊື້ຢາຮູຈາກເດີມ 4.19 ໝື່ນລ້ານຫລຽນສະຫະລັດ ແທນທີ່ຈະເຮັດເສິກແສນຍືດເຍື້ອເພື່ອຫາທາງຊື້ຢາຮູ ລາຍງານລະບຸວ່າທີ່ປະຊຸມບໍ່ສາມາດຫາຂໍ້ສະຫລຸບໄດ້ ຄວາມເຫັນຂອງຄະນະຜູ້ບໍລິຫານໄມໂຄຣຊອຟທ໌ຕໍ່ກໍລະນີການສະເໜີຊື້ຢາຮູນັ້ນເປັນທີ່ສົນໃຈກັນຫລາຍ ໂດຍສະເພາະເມື່ອພົ້ນວັນທີ່ 26 ເມສາ ທີ່ໄມໂຄຣຊອຟທ໌ຂີດເສັ້ນໃຫ້ຢາຮູຕັດສິນໃຈຂໍ້ສະເໜີຊື້ບໍລິສັດອີກຄັ້ງມາແລ້ວ ຈຸດນີ້ໄມໂຄຣຊອຟທ໌ເຄີຍສົ່ງສັນຍານວ່າຈະຖະແຫລງຂໍ້ສະຫລຸບທ່າທີຂອງບໍລິສັດທີ່ມີຕໍ່ການປະຕິເສດຂໍ້ສະເໜີຊື້ຂອງຢາຮູຄັ້ງຫລ້າສຸດພາຍໃນອາທິດນີ້ ກ່ອນໜ້ານີ້ ຊີອີໂອ ສະຕີຟ ບອນເມີລ໌ ອອກມາລະບຸວ່າ ໄມໂຄຣຊອຟທ໌ມີການກຽມພ້ອມຈະສູ້ເສິກອອນໄລນ໌ດ້ວຍລຳແຂ່ງຂອງຕົວເອງໂດຍບໍ່ສົນໃຈຢາຮູ ແມ່ນກ່ອນໜ້ານີ້ໄມໂຄຣຊອຟທ໌ຈະມີທີທ່າພະຍາຍາມເຮັດທຸກຢ່າງໃຫ້ໄດ້ມາເຊິ່ງຢາຮູ ທັງການຂູ່ວ່າຈະສະເໜີຊື້ຮຸ້ນຢາຮູຈາກຜູ້ຖືຮຸ້ນໂດຍກົງ ຫລືການໃຊ້ວິທີແຊກແຊງການແຕ່ງຕັ້ງຄະນະກຳມະການບໍລິຫານຢາຮູ ດ້ວຍການລັອບບີ້ຜູ້ຖືຮຸ້ນທີ່ຕ້ອງການຂາຍຮຸ້ນໃຫ້ໄມໂຄຣຊອຟທ໌ ລົງຄະແນນເລືອກກຳມະການບໍລິຫານຊຸດໃໝ່ທີ່ໄມໂຄຣຊອຟທ໌ຈັດຫາໄວ້ ຍັງບໍ່ມີລາຍງານຄວາມເຫັນຈາກຂ່າວທີ່ເກິດຂື້ນຈາກໄມໂຄຣຊອຟທ໌ ໂດຍລາຍງານໃນວອນລ໌ສະຕີດເຈີລ໌ນອນລະບຸວ່າ ໄມໂຄຣຊອຟທ໌ອາດຈະເພີ່ມມູນຄ່າສະເໜີຊື້ຢາຮູຈາກຮຸ້ນລະ 31 ຫລຽນມາເປັນ 33 ຫລຽນ ເຊິ່ງກໍຍັງບໍ່ພຽງພໍກັບທີ່ກຳມະການບໍລິຫານຢາຮູຕ້ອງການ 35 ຫລຽນຕໍ່ຮຸ້ນ ຈຸດນີ້ລາຍງານຊີ້ວ່າ ຊີອີໂອບອນເມີລ໌ແລະຊີອີໂອຂອງບໍລິສັດແບລ໌ສະເທິນສ໌ (Bear Stearns) ທີ່ປຶກສາໄມໂຄຣຊໍອຟທ໌ ນາມວ່າ ອາລັນ ຊະວາດຊ໌ (Alan Schwartz) ນັ້ນເລີ່ມການລັອບບີ້ຜູ້ຖືຮຸ້ນຢາຮູແລ້ວເພື່ອໃຫ້ອອກສຽງສະໜັບສະໜູນການຂາຍຮຸ້ນໃນລາຄາທີ່ຕ່ຳກວ່າ ຢ່າງໃດກໍຕາມ ນັກວິເຄາະຫລາຍລາຍເຊື່ອວ່າມີຄວາມເປັນໄປໄດ້ສູງທີ່ໄມໂຄຣຊອຟທ໌ຈະເພີ່ມຂໍ້ສະເໜີຊື້ເປັນເງີນ 35 ຫລຽນຕໍ່ຮຸ້ນ ແມ່ນຈະດີກວ່າຫາກໄມໂຄຣຊອຟທ໌ປ່ຽນໃຈ ເອົາເງີນຖັງທີ່ກຽມໄວ້ຊື້ຢາຮູມາຊື້ບໍລິສັດດາວລຸ້ງລາຍນ້ອຍ ເຊິ່ງຈະເປັນຜົນດີີຕໍ່ພາບລວມຂອງໄມໂຄຣຊອຟທ໌ຫລາຍກວ່າ ແລະສາມາດສ້າງຕະຫລາດໃໝ່ແລະເຮັດເງີນໂຄສະນາອອນໄລນ໌ໃຫ້ໄມໂຄຣຊອຟທ໌ໄດ້ເຊັ່ນກັນ source : bcoms.net |
| < Prev | Next > |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________












|
|
|