|
|
|||||||||||||||||
| Torrent ແມ່ນຫຍັງ? |
|
|
|
| Written by coco | |
|
ປະຈຸບັນຫລາຍທ່ານຄົງຈະຮູ້ຈັກກັບການດາວໂຫລດຫລາຍໆຊະນິດບໍ່ວ່າຈະເປັນການໂຫລດແບບ Direct Link ຈາກ Server ຫລື ການໂຫລດແບບ P2P ( Peer To Peer ) ເຊິ່ງເປັນທີນິຍົມຫລາຍໃນຕອນນີ້ຄົງຈະເປັນການໂຫລດ P2P ແບບ Torrent ຫລື ອີກຊື່ທີ່ນິຍົມເອີ້ນກັນແມ່ນ ໂຫລດບິດ ( ຊື່ເຕັມແມ່ນ Bittorrent ) Torrent ແມ່ນຫຍັງ? Torrent ແມ່ນໄຟລ໌ນ້ອຍໆທີ່ທຳການເຊື່ອມໂຍງຂໍ້ມູນ ຈາກຄອມພິວເຕີ້ຫນ່ວຍຫນຶ່ງ ໄປຫາອີກຫນ່ວຍຫນຶ່ງ ໂດຍການຕັດແບ່ງໄຟລ໌ແມ່ອອກເປັນຊິ້ນສ່ວນນ້ອຍໆເຮັດໃຫ້ສາມາດດາວໂຫລດໄດ້ໄວ ແລະເມື່ອຢຸດການດາວໂຫລດ ສາມາດໂຫລດຕໍ່ໄດ້ໃນຄັ້ງຫນ້າ. BitTorrent ຕ່າງຈາກ P2P ແບບອື່ນແນວໃດ? ການໂຫລດແບບ P2P ແມ່ນເປັນການເຊື່ອມຕໍ່ເຄື່ອງຄອມພິວເຕີ້ເຂົ້າຫາກັນ ໃຊ້ໂປຣແກຣມໃນການຊ່ວຍດາວໂຫລດ ຍົກຕົວຢ່າງໂປຣແກຣມ: WinMX, eMule, Kazaa, Edonkey ... ພວກໂປຣແກຣມເລົ່ານີ້ເປັນໂປຣແກຣມ P2P ທີ່ມີຜູ້ສົ່ງຂໍ້ມູນພຽງຄົນດຽວ ( 1-1 ), ເຮັດໃຫ້ເວລາມີຫລາຍໆຄົນດູດໄຟລ໌ນັ້ນພ້ອມໆກັນຈະເຮັດໃຫ້ສົ່ງໄດ້ຊ້າຫລາຍ ເຫມາະແກ່ການໂຫລດໄຟລ໌ປະເພດ Crack, Keygen ແລະ ໄຟລ໌ເບົ່າໆທີ່ < 10Mb. ຮູບພາບການດາວໂຫລດໂດຍຜ່ານ sever ![]() ສ່ວນການດາວໂຫລດແບບ P2P ຂອງ Torrent ຈະແຕກຕ່າງໄປຈາກພວກໂປຣແກຣມຂ້າງເທິງ ເພາະຜູ້ປ່ອຍໄຟລ໌ນັ້ນບໍ່ຈຳເປັນຈະຕ້ອງມີແຕ່ຄົນດຽວທີ່ປ່ອຍ ເພາະຜູ້ທີ່ດູດແລ້ວໆສາມາດປ່ອຍໄຟລ໌ທີ່ຕົນດູດແລ້ວໄປຕໍ່ໄດ້ ເຮັດໃຫ້ມີຄວາມໄວສູງໃນການໂຫລດ ແລະເຮົາຍັງສາມາດປ່ອຍໄຟລ໌ໃຫ້ຄົນອື່ນໂຫລດໃນຂະນະທີ່ເຮົາຍັງໂຫລດໄຟລ໌ນັ້ນໆຢູ່. ຮູບພາບການດາວໂຫລດ P2P ແບບ Torrent ![]() Torrent ມີຫຍັງໃຫ້ດາວໂຫລດ? ມີຫມົດທຸກຢ່າງແຕ່ມັນຂຶ້ນກັບຜູ່ປ່ອຍວ່າຈະປ່ອຍຫຍັງອອກໄປ ບໍ່ວ່າຈະເປັນ ຫນັງ, ເພງ, ebook, ໂປຣແກຣມ.... ໆລໆ ເປັນຫຍັງຄົນທີ່ມີເນັດຄວາມໄວສູງຈຶ່ງເຫມາະໃນການຫລິ້ນ torrent? ເພາະວ່າທ່ານຈະໄດ້ຄຸ້ມຄ່າກັບເງິນທີ່ຈ່າຍໄປແຕ່ລະເດືອນ. ອັດຕາການດາວໂຫລດໂດຍສະເລຍຂອງເນັດຄວາມໄວສູງ - 256/128KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 32KB/16KB ຕໍ່ 1ວິນາທີ - 512/256KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 64KB/32KB ຕໍ່ 1ວິນາທີ - 1024/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 128KB/64KB ຕໍ່ 1ວິນາທີ - 2048/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 256KB/64KB ຕໍ່ 1ວິນາທີ *ຄວາມໄວອາດຈະໄວຫລືຊ້າກໍໄດ້ ບໍ່ແນ່ນອນ ເພາະຈະຂຶ້ນກັບເຄືອຄ່າຍຜູ້ໃຫ້ບໍລິການ ບັນດາຄຳສັບທີ່ຕ້ອງຮູ້ໃນການໃຊ້ງານ Torrent. Seeders = ຜູ້ປ່ອຍໄຟລ໌ (ຈະມີສະຖານະເປັນຜູ້ປ່ອຍໄຟລ໌ຢ່າງດຽວ) Leechers = ຜູ້ດູດໄຟລ໌ (ຈະມີສະຖານະເປັນທັງຜູ້ປ່ອຍແລະຜູ້ດູດໄປພ້ອມໆກັນ ແຕ່ສາມາດປ່ອຍໄຟລ໌ໄດ້ກໍຕໍ່ເມື່ອມີພາກສ່ວນຂອງໄຟລ໌ນັ້ນໆ) Snatch = ຈຳນວນຄົນທີ່ໂຫລດແລ້ວ (ພ້ອມທີ່ຈະເປັນ Seeders ໄດ້) Ratio = ອັດຕາສ່ວນລະຫວ່າງການອັບໂຫລດແລະກາວໂຫລດ ກໍຄືການນຳເອົາຈຳນວນອັບໂຫລດທັງຫມົດມາຫານໃຫ້ຈຳນວນດາວໂຫລດ (ຈຳເປັນຫລາຍໃນເວັບທີ່ໃຊ້ລະບົບແບບສະມັກສະມາສິກ) ເພາະຖ້າດາວໂຫລດຫລາຍກວ່າອັບໂຫລດ ຄ່າ Ratio ຂອງທ່ານຈະເຫລືອຫນ່ອຍແລະບໍ່ອາດຈະສາມາດໂຫລດຕໍ່ໄປໄດ້, ວິທີ່ເພີ້ມຄ່າ Ratio ກໍຄືຫມັ່ນປ່ອຍການອັບໂຫລດເຊັ່ນ: ເມື່ອໂຫລດໄຟລ໌ໃດຫນຶ່ງແລ້ວໆກໍຄວນປ່ອຍໃຫ້ຄົນອື່ນໂຫລດຕໍ່. ຕົວຢ່າງ: ທ່ານ Upload = 250Mb Download = 400Mb ຄ່າ Ratio = Upload/Download = 250/400 = 0.625 ໃນບັນດາເວັບທີ່ໃຫ້ສະມັກສະມາຊິກນັ້ນ ສ່ວນຫລາຍຖ້າຄ່າ Ratio ຂອງທ່ານ < 0.4 ທ່ານຈະບໍ່ສາມາດໂຫລດຕໍ່ໄປໄດ້. ວິທີໂຫລດໃຫ້ໄດ້ຄວາມໄວທີ່ເຕັມເມັດເຕັມຫນ່ວຍ. ໂຫລດ Torrent ທີ່ມີຄົນ seed ຫລາຍໆ ເພາະມີຄົນປ່ອຍຫລາຍ ເຮົາກໍດູດໄດ້ໄວ. ໂຫລດ torrent ທີ່ມີຄົນ seed 1 ຄົນ ແຕ່ຄົນ Leech ຫລາຍໆກໍໄດ້ ເພາະຄົນທີ່ດູດກ່ອນຫນ້າເຮົາສາມາດປ່ອຍໄຟລ໌ໄປພ້ອມໆກັນໄດ້. ໂປຣແກຣມ Torrent ທີ່ແນະນຳ: Bitcommet Utorrent ເວັບ torrent ຂອງຕ່າງປະເທດທີ່ເປີດໃຫ້ດາວໂຫລດຟຣີ www.torrentbox.com www.bitenova.nl www.mininova.org www.suprnova.org ລວບລວມຈາກເວັບເພື່ອນບ້ານ PANTIP.com ![]() ໂກໂກ້ - Co2 11-11-2007 |
| < Prev |
|---|
___________________________ຕະຫລາດ ລາວຊ້າ / Laozaa E-market___________________________
![]() Christine Mcguire | ![]() Annie Burks | ![]() Louise Dillard | ![]() Boyd Mccarthy |
![]() Jonathan Patton | ![]() John Kane | ![]() Therese Good | ![]() Shannon Jefferson |
__________________________ຕາລາງຫນັງສາຍໃນ ITECC___________________________















|
|
|