Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

ສຳລັບຜູ້ທີ່ສົນໃຈ ດ້ານ DataBase

ສະບາຍດີພໍແມ່ພີ່ນ້ອງ ຜູ້ທີ່ຫລົງເຂົ້າມາອ່ານໃນກະທູ້ນີ້ ແລະ ເມື່ອອ່ານມາຮອດນີ້ແລ້ວກໍຫມາຍຄວາມວ່າ ທ່ານເອງກໍກຳລັງສົນໃຈເລື່ອງຂອງລະບົບຖານຂໍ້ມູນ ແມ່ນບໍ່ ຫາກທ່ານສົນໃຈທາງດ້ານນີ້ກໍອ່ານຕໍ່ໄປ
ຫາກບໍ່ສົນໃຈກໍປິດຫນ້ານີ້ໄດ້ເລີຍ

ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວວ່າ ຂ້າພະເຈົ້າໄດ້ເປີດຫ້ອງສົນທະນາໃຫມ່ເພື່ອໃຫ້ຄົນທີ່ສົນໃຈທາງດ້ານ ຖານຂໍ້ມູນໄດ້ເຂົ້າມາແລກປ່ຽນກັນ ໂດຍສະເພາະກໍແມ່ນຂ້າພະເຈົ້າເອງກໍແມ່ນຜູ້ຫນຶ່ງທີ່ສົນໃຈທາງດ້ານນີ້ຢູ່ຄືກັນ
ສະນັ້ນເພື່ອໃຫ້ມີຄວາມຄຶກຄື້ນ ແລະ ມີການເຄື່ອນໃຫວ ຂ້າພະເຈົ້າ ຄິດວ່າ

ຂ້າພະເຈົ້າຈະເປັນຜູ້ນຳສະເຫນີ ໃນເລື່ອງທີ່ກ່ຽວກັບ ຖານຂໍ້ມູນ ຈາກຂັ້ນເລີ່ມຕົ້ນຈົນໄປຮອດຂັ້ນເລິກ ເທົ່າທີ່ຂ້າພະເຈົ້າໄດ້ສຶກສາມາ ອາດຈະສະເຫນີເປັນ ບົດໆ ໄປ ແລ້ວກໍໃຫ້ສະມາຊິກ ເຂົ້າມາສະແດງຄຳເຫັນ ຫລື ບໍ່ກໍ ອາດຈະເຮັດເປັນ ກຸ່ມ ສຳລັບຄົນທີ່ສົນໃຈເຂົ້າຮ່ວມໃນ ໂຄງການນີ້ແລ້ວກໍມາແລກປ່ຽນນຳກັນ

ແລະຫລັງຈາກທີ່ໄດ້ນັ່ງຄິດໄປແລ້ວ ສອງນາທີ ຂ້າພະເຈົ້າຄິດວ່າ
ການຈັດໂຄງການນີ້ ແມ່ນຢາກໃຫ້ ລະບຸຜູ້ເຂົ້າຮວາມຢ່າງຈະແຈ້ງ ເພື່ອຈະໄດ້ ມີການຕິດຕາມ ການເຂົ້າຮ່ວມການເຄື່ອນໄຫວ ແລະ ສຸດທ້າຍຍັງຈະມີການ ສອບເສັງ ຊິງຂອງລາງວັນຈາກ ຂ້າພະເຈົ້າເອງ

ເອົາເປັນວ່າ ສະຫລຸບ ຈຸດປະສົງຫລັກຂອງ ໂຄງການນີ້ແມ່ນ
ເພື່ອໃຫ້ມີການນຳສະເຫນີ-ແລກປ່ຽນ ຄວາມຮູ້ທາງດ້ານ ຖານຂໍ້ມູນກັນຫລາຍຂຶ້ນ

ເພື່ອໃຫ້ ສະມາຊິກໄດ້ ມີການເຄື່ອນໄຫວ ແລະ ມີກິດຈະກຳຮ່ວມກັນໃນ ເວັບແຫ່ງນີ້

ແລະ ອື່ນໆ ທີ່ຍັງຄິດບໍ່ອອກ

ສະນັ້ນ ຂ້າພະເຈົ້າຢາກຮູ້ກ່ອນວ່າ ມີໃຜແດ່ທີ່ສົນໃຈເຂົ້າຮ່ວມໂຄງານນີ້ແມ່ນໃຫ້ລົງນາມໃນກະທູ້ນີ້ໄດ້ເລີຍ

ຕັ້ງແຕ່ມື້ນີ້ຮອດມື້ປິດ

ປລ ການນຳສະເຫນີ-ແລກປ່ຽນ ຄວາມຮູ້ທາງດ້ານ ຖານຂໍ້ມູນ ໂດຍມີຂ້າພະເຈົ້າເອງເປັນຜູ້ ຂຽນບົດຄວາມ ເຊິ່ງອາດຈະມາຈາກ ປື້ມ ຫລື ເວັບອື່ນໆ ທີ່ຫາມາໄດ້ ແລ້ວໃຫ້ ສະມາຊິກເຂົ້າມາມີສ່ວນຮ່ວມນຳ

ການນຳສະເຫນີ ແມ່ນຈະເລີ່ມເປັນ ບົດໆ ແລະ ຂັ້ນຕອນໄປ ເຊີ່ງໃນນີ້ບໍ່ແມ່ນການສອນ ແຕ່ຫາກເປັນການແລກປ່ຽນກັນເທົ່ານັ້ນ

ຮັກແພງ
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

ຂໍເຂົ້າຮ່ວມນໍາເນີ bouz
bouz

TOP

ໂອ ປາຍໄມ້ເລີຍທ່ານ ຂໍເຂົ້າຮ່ວມແດ່

TOP

ນຳມາຕິກໆ ບໍ່ມີຄວາມຮູ້ຫຍັງແຕ່ກະຢາກແລກປ່ຽນ ອິອິອິອິ
່ລົງນາມເລີຍ Jockker

   http://jockker.posterous.com/
   ບຼອກຂອງຂ້າພະເຈົ້າເອງ
Punlao

TOP

ຂໍເປັນໜຶ່ງໃນໂຄງການເລີຍທ່ານ
ຂໍຮ່ວມນຳເດີ້
(ແຕ່ວ່າບໍ່ຮູ້ຫັຍງເລີຍ ແຕ່ກະຢາກໄດ້ຄວາມຮູ້)

TOP

ຂໍຮ່ວມນຳແນ່
ແຕ່ຂ້າພະເຈົ້າບໍ່ຄ່ອຍມີຄວາມຮູ້ດ້ານນີ້ເລີຍ
ສຳລັບກະທູ້ທີ່ທ່ານຕັ້ງຂຶ້ນແມ່ນ ໜ້າສົນໃຈຫຼາຍ
ຂ້າພະເຈົ້າກໍ່ຫວັງຢ່າງຍິ່ງວ່າ ຈະໄດ້ແລກປ່ຽນຄຳຄິດເຫັນກັບທ່ານ
Regard

TOP

ເອົາ ເລ່ ເຂົ້າມາ

ເຮົາຈະເລີ່ມ ໃນ ອາທິດຫນ້ານີ້ແລ້ວ
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

TOP

ມາຮ່ວມນຳເດີ້
ຍັງບໍ່ຈົນ ຢູ່ແບບຈົນ ກິນແບບຈົນ ຈະບໍ່ມີມື້ຈົນ

TOP

ຂ້າພະເຈົ້າກະບໍ່ເຄຍຣຽນຈິງຈັງ ແຕ່ກະເຄຍເຣັດມາຫນ້ອຍຫນຶ່ງ ຖະນັດທາງດ້ານເນັດເວີກຫຼາຍກວ່າ ແຕ່ກະຂໍຣ່ວມນຳ

TOP

ຂພຈ ນຳ keak

TOP

ຂໍຮ່ວມນຳເດີ້

TOP

ໜ້າສົນໃຈ....ຂໍຮ່ວມແກ໊ງນຳ

TOP

ເຖິງວາ່ບໍ່ຮູ້ເລື່ອງນີ້ , ແຕ່ກໍ່ຂໍມີສ່ວນຮ່ວມນຳ.

TOP

ຂໍເຂົ້າຮ່ວມນຳແດ່ "Ny" (phout_ny@hotmail.com)

TOP

ຂໍປະກອບສ່ວນນຳ

TOP

ເຮົາພໍໄດ້ຢູ່ ເຂົ້າຮ່ວມນຳ boynaru (kheak)

TOP

1# Os555


ຂ້ອຍກະກຳລັງ ສືກສາທາງດ້ານນີ້ຄືກັນ

TOP

ຂໍເຂົ້າຮວມນຳເດີ  ຫນ້າສົນໃຈດີ ຂ້າພະເຈົ້າກໍກຳລັງສຶກສາຢູ່
     ລົງນາມໂດຍ zolalaos

TOP

ເຮົາກໍ່ຂໍເຂົາຮ່ວມນຳເດີ

TOP

ລົງຊື່ໄວ້ບໍ່ເສຍຫາຍ

TOP

let's me join with.
Skyline

(sorry, cann't write in lao )

TOP

ມາຂໍຮຽນນຳອີກຄົນ

TOP

ບໍ່ໄດ້ເຂົ້າມາດົນ, ພໍດີເທີມນີ້ຮຽນກ່ຽວກັບ DB ກະເລີຍຄິດວ່າຈະໄດ້ມາຫາຄວາມຮູ້ເພີມ ນຳພວກທ່ານທັງຫລາຍນຳ
ເອົາຊະນະຕົວທ່ານເອງ ກ່ອນທີ່ຈະເອົາຊະນະຄົນອື່ນ.

TOP

ບໍ່ມີຄວາມຮູ້ດ້ານນີ້ເລີຍ ຂໍຮ່ວມລົງຊື່ນຳ Final Fantasy X

TOP

ບໍ່ໄດ້ເຂົ້າມາດົນ, ພໍດີເທີມນີ້ຮຽນກ່ຽວກັບ DB ກະເລີຍຄິດວ່າຈະໄດ້ມາຫາຄວາມຮູ້ເພີມ ນຳພວກທ່ານທັງຫລາຍນຳ ...
loma Post at 9-2-2010 21:40



ພໍດີ ເທບ ແວ່ມາແຈມ ຫະຫະ
ທ່ານ ຈິດ ເຂົ້າມາແຈມນຳກັນເດີ້
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

TOP

ເຂົ້າຮ່ວມນຳssk

TOP

ຂໍຮຽນນຳເດີ່

TOP

ເພື່ອໃຫ້ເນ່ເດີ ໜຶ່ງບ່ອນ, ກໍາລັງຊອກຫາບົດຄວາມອ່ານ ໄວ້ເພີ້ມຄວາມຮູ້.

TOP

ຂໍຮ່ວມດ້ວຍຄົນ
ມັກສຸດ ສຸດ ດາຕາເບດສ

TOP

ພໍດີ ໄປ ຂອນແກ່ນມາມື້ກ່ອນນັ້ນ ເລີຍ ຈັບໄດ້ປື້ມຫົວນີ້ມາ ກະວ່າຈະເອົາຫົວນີ້ມາເປັນຫລັກໃນການນຳສະເຫນີ

ສະນັ້ນ Credit ບົດຮຽນຕ່າງໆ ແມ່ນຂໍມອບໃຫ້ປຶ້ມຫົວນີ້ເລີຍເນາະ ຫາກມີແຫລ່ງທີ່ມາອື່ນກໍຈະ Credit ກັນໃນບົດນັ້ນໆ
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

TOP