Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

ກູເກີ້ນປະຕິເສດຂ່າວການຖອນໂຕຈາກຈີນແລ້ວ ກຽມລົມກັບລັດຖະບານອາທິດໜ້າ

ເມື່ອວັນທິດທີ່ຜ່ານມາ ກູເກີ້ນໄດ້ອອກມາປະຕິເສດຂ່າວຈາກສຳນັກຂ່າວ ຣອຍເຕີ້ທີ່ວ່າກູເກີ້ນໄດ້ຖອນໂຕຈາກການເຮັດທຸລະກິດໃນຈີນແລ້ວ ໂດຍກູເກີ້ນໄດ້ແຈ້ງວ່າຕອນນີ້ກຳລັງກວດສອບ ເຄືອຂ່າຍຂອງຕົນ ຢູ່ ແລະຍັງມີແຜນທີ່ຈະລົມກັບທາງລັດຖະບານໃນອາທິດໜ້າໃນຄວາມພະຍາຍາມ ທີ່ຈະແກ້ໄຂບັນຫາດັ່ງກາວ

ນັກວິເຄາະຫຼາຍຄົນເຊື່ອວ່າ ຫາກກູເກິ້ນຈະເຮັດທຸລະກິດໃນຈີນຕໍ່ໄປ ກໍ່ອາດນຳໄປສູ່ການປັບປ່ຽນ ກົດລະບຽບໃຫ້ມີຄວາມເຂັ້ມງວດຫຼາຍຂຶ້ນ

ໃນຂະນະດຽວກັນ ທາງລັດຖະບານສະຫາລັດ ກໍ່ໄດ້ຂໍຄວາມຊັດເຈນກ່ຽວກັບ ການໂຈມຕີກູເກີ້ນແລະບໍລິສັດ ອື່ນໆ ທີ່ມີຂ່າວໄປກ່ອນໜ້ານີ້ວ່າລັດຖະບານ ຈີນນັ້ນມີສ່ວນຮ່ວມນຳ ຊຶ່ງອາດສົ່ງຜົນຕໍ່ຄວາມສຳພັນລະຫວ່າງປະເທດຫຼາຍກວ່າ ບັນຫາເກົ່າທີ່ມີຢູ່ ທັງເລື່ອງອັດຕາແລກປ່ຽນເງິນຕາ ການກີດກັ້ນທາງການຄ້າຂອງລັດຖະບານຈີນ ແລະການຂາຍອາວຸດຂອງລັດຖະບານສະຫາລັດ ໃຫ້ໄຕ້ຫວັນ
ມັນຈະເປັນແນວໃດໃຫ້ຕິດຕາມຕໍ່ໄປເດີ້ອ້າຍນ້ອງລາວຊ້າ
<strong>Follow Me
www.twitter.com/darklest

ຂອບໃຈສຳລັບຂ່າວເດີ້ທ່ານ
ວ່າແຕ່ເອົາຂ່າວມາແຕ່ໃສລະ? ບອກແຫລ່ງຂ່າວໃຫ້ແດ່
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

TOP

2# Os555

ຂໍອະໄພຫຼາຍໆທ່ານ ລືມຂຽນ ທີ່ມາ ແຫຼ່ງຂ່າວ T_T ຫາປຸ່ມ Edit ບໍ່ເຫັນ?
Credits : Blognone
<strong>Follow Me
www.twitter.com/darklest

TOP

ໄວເເທ້ວະ
ເຮົາເຫັນໃນທໍລະທັດກຳລັງວ່າສິເອົາມາໂພສ
ເເຕ່ກະດີທັນຂ່າວດີ
ເຮົາໄດ້ຍິນມາວ່າປ່ຽນລະບົບການລັອກອິນອີຫຍັງປະມານນິ
ເເລ້ວຍັງໄດ້ຍິນວ່າການເເຮັກຄັ້ງນີ້ອາໃສຊ່ອງໂຫວ່ຂອງ IE ນຳເເນ່ເເຕ່ກະເຈົ້າບໍ່ໄດ້ບອກວ່າເຮັດຈັ້ງໄດ້
Punlao

TOP

ໄວເເທ້ວະ
ເຮົາເຫັນໃນທໍລະທັດກຳລັງວ່າສິເອົາມາໂພສ
ເເຕ່ກະດີທັນຂ່າວດີ
ເຮົາໄດ້ຍິນມາວ່າປ່ຽນລະບົບການລັອກອິນອີຫ ...
souliyo Post at 21-1-2010 13:57


ເຂົາບໍ່ຄ່ອຍບອກດອກ ເພາະຂ່າວຈະຕ້ອງເວົ້າແບບທົ່ວໆໄປທີ່ໄທເຮົາເຈົ້າຂ້ອຍຮູ້ໄວ້ກ່ອນ (ແບບ General)
ຖ້າຈະລົງເລິກ ກໍຕ້ອງແມ່ນຂ່າວທີ່ເປັນສະເພາະຂອງມັນອີ່ຫລີ (ແບບ Specific)

TOP

ເຫັນແຕ່ຢູ່ໃນຈໍ 4ລ່ຽມ

TOP

ໄວເເທ້ວະ
ເຮົາເຫັນໃນທໍລະທັດກຳລັງວ່າສິເອົາມາໂພສ
ເເຕ່ກະດີທັນຂ່າວດີ
ເຮົາໄດ້ຍິນມາວ່າປ່ຽນລະບົບການລັອກອິນອີຫ ...
souliyo Post at 21-1-2010 13:57

ແມ່ນແລ້ວທ່ານ Google ໄດ້ປ່ຽນ ລະບົບ Login ເປັນແບບ HTTPS ແທນໂຕເກົ່າທີ່ເປັນ HTTP ທຳມະດານ່ະທ່ານ ຂ້າພະເຈົ້າກໍ່ຮູ້ແຕ່ເທົ່ານີ້ລະທ່ານ ຢາກຮູ້ເລິກກວ່ານີ້ແຕ່ໍ່ກໍ່ບໍ່ບັງອາດເອື້ອມ
<strong>Follow Me
www.twitter.com/darklest

TOP




ຂອບໃຈສຳຫລັບຂ່າວສານແລະຂໍ້ມູ່ນດີດີ ພະຍາຍ່າມເອົາຂ່າວມາໃຫ້ອ່ານອີກແດ່ເດີນ້ອງຂອບໃຈຫລາຍຫລາຍ
ຢາກໃສ່ລາຍເຊັ່ນ

TOP

ຂອບໃຈສຳຫລັບຂ່າວ

TOP

TOP