Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

ວິທີ back up ຄ່າຕ່າງໆໃນ Photoshop

ວິທີ back up ຄ່າຕ່າງໆໃນ Photoshop - ສະບາຍ, ປະຫຍັດເວລາ ເມື່ອມີການລົງ Windows ໃຫມ່.


ທ່ານເປັນຜູ່ນຶ່ງບໍທີ່ຮູ້ສຶກເມື່ອຍ ເວລາຕິດຕັ້ງ Windows ໃຫມ່ ແລ້ວຕ້ອງໄດ້ມານັ່ງ add ເຄື່ອງມືໃຫມ່ຕັ້ງຫລາຍຢ່າງ?
ບໍ່ວ່າຈະ Swatch, Gradient, Brush, Pattern ໆລໆ ອີກສຳມະປິ.
ພໍດີຂ້າພະເຈົ້າ ໄດ້ລົງ Windows ໃຫມ່ມື້ກ່ອນນີ້, ດ້ວຍຄວາມຂີ້ຄ້ານນັ່ງ add ສິ່ງຕ່າງໆເລົ່ານັ້ນໃຫມ່ຫມົດ
ກໍເລີຍໄປຄົ້ນໆເບິ່ງ. ແລ້ວກໍໄປເຈິວິທີ back up ຂໍ້ມູນຜູ່ໃຊ້ໃນ PS ມາເລົ່າສູ່ທ່ານຟັງ.

ວິທີ back up ກໍງ່າຍແສນງ່າຍ.​ ພຽງ Copy + Paste.

ກ່ອນອື່ນທ່ານກໍເຂົ້າໄປຕາມທີ່ຢູ່ນີ້ກ່ອນ ແລ້ວ copy ໄຟລ໌ເລົ່ານັ້ນໄປໄວ້ບ່ອນທີ່ປອດໄພເສຍກ່ອນເນາະ
ສຳລັບ XP  C:\Documents and Settings\[username]\Application Data\Adobe\Adobe Photoshop CS4\Adobe Photoshop CS4 Settings\Workspaces
ສຳລັບ Vista/7 C:\Users\[username]\AppData\Roaming\Adobe\Adobe Photoshop CS4\Adobe Photoshop CS4 Settings\Workspaces

ເຂົ້າໄປແລ້ວຈະເຫັນປະມານນີ້ ໃຫ້ copy ເກັບໄວ້ໝົດເລີຍ.
ຫລັງຈາກນັ້ນເວລາທ່ານລົງ Windows ໃຫມ່, ທ່ານກໍພຽງເອົາໄຟລ໌ທີ່ back up ໄວ້ມາໄວ້ໃນບ່ອນເກົ່າຂອງມັນ ກໍເປັນອັນສຳເລັດຮຽບຮ້ອຍແລ້ວ.

ຫມາຍເຫດ: ຖ້າຜູ່ໃດບໍ່ເຫັນ folder ດັ່ງກ່າວ, ໃຫ້ທ່ານທຳການ Show hidden files and folders ໃນ Folder Options ກ່ອນເນາະ ^^

ຈົບ. ສັ້ນອີກແລ້ວ
3

Rated

  • jockker

  • Hummer H2

  • mii

ແຈ່ມຫລາຍ ເຫມາະແກ່ການຮູ້ໄວ້ ເພາະທຸກຄັ້ງທີ່ລົງ Windows ໃຫມ່ຊ່ຳກັບນັບສູນ ເອິກໆໆໆ

TOP

ມີປະໂຫຍດຫຼາຍທ່ານແອ

TOP

ສຸດຍອດຫລາຍ

   http://jockker.posterous.com/
   ບຼອກຂອງຂ້າພະເຈົ້າເອງ
Punlao

TOP

ຂອບໃຈຫລາຍໆ

TOP