Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

PC game Forum (ສຳລັບຄົນມັກເກມ PC)

Forum ນີ້ແມ່ນຂ້າພະເຈົ້າຄິດວ່າຢາກໃຫ້ທຸກໆຄົນທີ່ມີຂ່າວຄາວຂອງເກມ PC ແມ່ນໃຫ້ເອົາມາໂພສບອກເລົ່າໃຫ້ກັນຫລືໃຜມີເກມໃຫມ່ເກມເກົ່າມ່ວນໆເອົາມາເລົ່າສູ່ກັນຟັງ
ເລີ່ມຕົ້ນມື້ນີ້ຂ້າພະເຈົ້າຈະນຳເອົາການທົດສອບເກມໂດຍຕົວຂ້າພະເຈົ້າເອງມາໃຫ້ເບິ່ງກັນ
ເກມທຳອິດແມ່ນ Lost Planet ການທົດສອບນີ້ແມ່ນເຄື່ອງຂອງຂ້າພະເຈົ້າເອງທົດສອບ ໂດຍ RUN ໃນ DX9.0c ສ່ວນຜົນທົດສອບໃນ DX10 ນັ້ນເອົາໄວ້ທ່ານບູ້ໄດ້ Power Sup ໂຕໃຫມ່ແລ້ວຈະໄດ້ລອງກາດ 8800GTSມາໃຫ້ເບິ່ງ

ໜ້າຕ່າງຫລັກຂອງເກມ

ຂ້າພະເຈົ້າປັບແຕ່ງກຣາຟິກປະມານນີ້ລະເນາະເພື່ອໃຫ້ໄດ້ Frame rate ທີ່ໜ້າພໍໃຈ

ຮູບຜົນການ Test ສັງເກດທາງແຈລຸ່ມເບື້ອງຊ້າຍຈະມີລາຍລະອຽດບອກໄວ້ ລວມທັງ Frame rate ນຳ

ເກມທີ 2 ແມ່ນ ເກມ Dirt ເກມແຂ່ງລົດ ທີ່ມີພາບເຈັງໆອີກເກມນຶ່ງ (ປ.ລ ເກມນີ້ຂ້າພະເຈົ້າລົງມັນກິນ Harddisk 10GB ລວມທັງ File image ສຳລັບ Crack ອີກ 8GB ລວມເປັນ 18GB ຈິບຫາຍແທ້ໆ )

ຮູບການປັບແຕ່ງກຣາຟິກ ໄດ້ທໍ່ນີ້ລະ ຄອມຂ້າພະເຈົ້າ ກະຕຸກໜ້ອຍນຶ່ງເວລາມີລົດຫລາຍຄັນແຕ່ກະບໍ່ເຖິງຂັ້ນເສຍອາລົມ

ຮູບຂະນະກຳລັງຫລິ້ນຢູ່ ສັງເກດໄດ້ວ່າຕາມຂອບຂອງວັດຖຸຈະມີຮອຍແຕກນັ້ນກໍເນື່ອງຈາກວ່າ ບໍ່ໄດ້ AA ເພາະຖ້າເປີດແລ້ວມັນກະຕຸກແຮງຈົນເສຍອາລົມ

ຂ້າພະເຈົ້າພໍເທົ່ານີ້ກ່ອນເນາະ ໃຜເຂົ້າມາເບິ່ງແລະກະລຸນາຝາກຄຳຄິດຄຳເຫັນໄວ້ແນ່ເນາະ
ຂອບໃຈ

TOP

Re: PC game Forum (ສຳລັບຄົນມັກເກມ PC)

ບໍ່ຮູ້ວ່າເປັນຫຍັງເວລາຫຼີ້ນ Demo: lost planet ໄປໄດ້ໜ້ອຍໜື່ງລະເກີດອາການຄ້າງຕະຫຼອດເລີຍ
ອັນ Dirt ນີ້ບໍ່ທັນໄດ້ລອງເພາະຄອມເຈ້ງກ່ອນ
ຕອນນີ້ໄດ້ main board ແລ້ວແຕ່ຍັງຫາຊື້ PSU ລຸ້ນ Enermax535W ບໍ່ໄດ້
ກະເລີຍບໍ່ໄດ້ຫຼີ້ນເກມຫຍັງເລີຍ

TOP

Re: PC game Forum (ສຳລັບຄົນມັກເກມ PC)

ຫຼິ້ນຫຼາຍເກມຫັ້ນໝີ ຊິຈົບນຳເຂົາບໍ່ນໍ

TOP

Re: PC game Forum (ສຳລັບຄົນມັກເກມ PC)

ໂຫ ເບິ່ງກຣາຟິກຄອມຂ້າພະເຈົ້າກະບໍ່ມີປັນຍາຊິໄປ Run ມັນໄດ້ອີກແລ້ວ  :-X

Punlao

TOP

Re: PC game Forum (ສຳລັບຄົນມັກເກມ PC)

ເກມ Lost Planet ແມ່ນເກມສະໄຕແນວໃດນະທ່ານໝີ? ບັນຍາກາດໜ້າຕື່ນເຕັ້ນດີ  

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=Defago link=topic=1356.msg7416#msg7416 date=1184313337]

ເກມ Lost Planet ແມ່ນເກມສະໄຕແນວໃດນະທ່ານໝີ? ບັນຍາກາດໜ້າຕື່ນເຕັ້ນດີ  
[/quote]
ເປັນແນວ Sci-Fi Shooter ເນາະທ່ານແອ

TOP

Re: PC game Forum (ສຳລັບຄົນມັກເກມ PC)

Overlord

ເປັນເກມແນວ action-rpg ແບບ Diablo2 ຕ່າງແຕ່ວ່າເກມນີ້ຈະມີທາງເລືອກໃຫ້ເຮົາຫຼີ້ນເປັນຝ່າຍອະທຳໄດ້(ຫຼີ້ນເປັນຈອມມານ) ແລະ ຍັງສາມາດຄວບຄຸ້ມລູກນ້ອງໃຫ້ເຮັດເລື່ອງຊົ່ວໆໄດ້ ;D
ນັບວ່າເປັນອີກເກມໜື່ງທີ່ໜ້າສົນໃຈໂດຍສະເພາະຜູ້ໃດທີ່ມັກ ເກມ Diablo ແລະ ເກມແນວ action-rpg ທີ່ມີຄວາມແປກໃໝ່

ພາບຈາກເກມ:

ຖ້າຫາກຖາມວ່າເກມນີ້ມ່ວນບໍ່ ຂ້າພະເຈົ້າກໍ່ບໍ່ຮູ້ເນາະເພາະຍັງບໍ່ເຄີຍຫຼີ້ນ ;)
ໃຫ້ທ່ານ ໝີເລົ່າໃຫ້ຟັງເອົາຊະ ເພາະເຄີຍເຫັນເພີ່ນຫຼີ້ນ Demo ຂອງເກມນີ້
ປ.ລ ຜິດພາດຫຍັງກະຂໍອາໄພເດີ້

TOP

Re: PC game Forum (ສຳລັບຄົນມັກເກມ PC)

ພາບນະທ່ານ ພາບນະທ່ານ  ພາບນະທ່ານ   

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=Defago link=topic=1356.msg7465#msg7465 date=1184326337]

ພາບນະທ່ານ ພາບນະທ່ານ  ພາບນະທ່ານ   
[/quote]
ໃຫຍ່ໂພດຫວາ ???
ຂໍໂທດເດີ້

TOP

Re: PC game Forum (ສຳລັບຄົນມັກເກມ PC)

ບໍ່ກ່ຽວ ພາບມັນງາມໂພດ ອົດຫຼິ້ນ  

TOP

Re: PC game Forum (ສຳລັບຄົນມັກເກມ PC)

ກະປ່ຽນ VGA ໃໝ່ແລະ ທ່ານແອ ເອົາ XFX 8800 Ultra SLi ໂລດ
ຢ່າລືມປ່ຽນ PSU ໃໝ່ແນ່ເດີ້ດຽວຊິໄໝ້ຄືຄອມຂ້າພະເຈົ້າ

TOP

Re: PC game Forum (ສຳລັບຄົນມັກເກມ PC)

Lost planet ຫວາເປັນເກມ Action ແບບທີ່ທ່ານບູ້ວ່າຫັ້ນລະເນາະ ເປັນເກມມຸມມອງບຸກຄົນທີ່ສາມ ເນື້ອເລື່ອງຫຍໍ້ໆກະຄື ມະນຸດຂະຫຍາຍຂອບເຂດຖິ່ນທີ່ຢູ່ອາໄສໄປດາວອື່ນໆເຊິ່ງດາວດວງທີ່ວ່ານີ້ແມ່ນເປັນດາວທີ່ໜາວເກີນສຳລັບມະນຸດ ແລະມີພວກແມງໄມ້ຍັກ ແຕ່ກໍບໍ່ເກີນຄວາມສາມາດຂອງມະນຸດເນາະເພາະມີຊຸດທີ່ທົນຄວາມໜາວໄດ້ແຕ່ເຮົາຕ້ອງມີແຫລ່ງພະລັງງານຄວາມຮ້ອນເຊິ່ງໄດ້ຈາກພວກແມງໄມ້ຫັ້ນລະເນາະ ເນື້ອເລື່ອງອາດບໍ່ມີຫຍັງຫລາຍແຕ່ຄວາມໂດດເດັ່ນຂອງເກມຢູ່ທີ່ action ສຸດມັນ ຕໍ່ສູ້ກັບ Unit ຂະໜາດໃຫຍ່ ເນາະ ສຳລັບຂ້າພະເຈົ້າຫລັງຈາກໄດ້ທົດລອງ Demo ແລ້ວຮູ້ສຶກສາວ່າຕ້ອງຫລິ້ນໂຕເຕັມໃຫ້ໄດ້
ແນະນຳໃຜທີ່ມີເຄື່ອງແຮງແນ່ ຫ້າມພາດເກມນີ້ເດັດຂາດເນາະ >

TOP

Re: PC game Forum (ສຳລັບຄົນມັກເກມ PC)

ສ່ວນ Over lord ນັ້ນ ຂ້າພະເຈົ້າລອງຫລິ້ນ Demo ກໍ່ປາກົດວ່າອອກແນວ ໂຫດມັນຮາ ເຮົາຮັບບົດເປັນຈອມມານ ທີ່ຖືກຫລັບໄຫລມາດົນນານຈົນຊາວບ້ານເຂດນັ້ນຢູ່ກັນຢ່າງສະຫງົບຮົມເຢັນ ໂດຍບໍ່ມີຄວາມຢ້ານກົວໃດໆທັງສິ້ນ ແຕ່ດຽວກ່ອນເມື່ອຈອມມານຄືນຊີບທຸກຢ່າງຕ້ອງພັງພິນາດ ;D ໃນການຫລິ້ນເຮົາສາມາດປຸກລູກນ້ອງຂຶ້ນມາເພື່ອໃຊ້ງານໄດ້ເຊັ່ນທຳລາຍເຮືອນສິ່ງຂອງຂອງປະຊາຊົນ ຫລືຈັດການຂ້າໃຫ້ລຽບໄດ້ ເກມນີ້ອອກແນວໂຫດແຕ່ດ້ວຍຄວາມທີ່ນັກອອກແບບເປັນຜູ້ຍິງກໍເລີຍລົດຄວາມໂຫດລົງດ້ວຍການອອກແບບຕົວລະຄອນໃຫ້ມີມຸກຕະຫລົກປົນໆນຳເຊິ່ງກໍໄດ້ຜົນດີ ເຊັ່ນ Hero ປະຈຳຫມູ່ບ້ານ ຍາງໂຕກະເປັນໂຕຕຸ້ຍໆເຕ້ຍໆ ແລະກະມີທ່າໄມ້ຕາຍແປກເຊັ່ນກິ້ງທັບກະມີ
ສະຫລຸບເປັນອີກເກມນຶ່ງທີ່ບໍ່ໜ້າພາດ

TOP

Re: PC game Forum (ສຳລັບຄົນມັກເກມ PC)

Mainboard ບໍ່ມີ SLI  

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=Defago link=topic=1356.msg7492#msg7492 date=1184339928]

Mainboard ບໍ່ມີ SLI  
[/quote]
ຊັ້ນ XFX 8800 Ultra ອັນດຽວກະສຸດຍອດແລ້ວທ່ານ ແອ

TOP

Re: PC game Forum (ສຳລັບຄົນມັກເກມ PC)

ຈັ່ງແມ່ນແນະນຳແນວແພງໆໃຫ້ກັນ  ;)

TOP

Re: PC game Forum (ສຳລັບຄົນມັກເກມ PC)

ລະດັບທ່ານແອ VGA ກະຕ້ອງສູດດດດຍອດດດດດ ;D
ທ່ານໝີມາລອງ Asus 8800GTS ຂອງຂ້າພະເຈົ້າກ່ອນກະໄດ້ໃດ ;D

TOP

Re: PC game Forum (ສຳລັບຄົນມັກເກມ PC)

ລະດັບ nvidia Geforce FX5500 ຂອງຂ້າພະເຈົ້າບໍ່ມີສິດແຕະເລີຍ ອິດສາເດ້  

TOP

Re: PC game Forum (ສຳລັບຄົນມັກເກມ PC)

FX5500 ທ່ານໜ້າຈະຫລິ້ນ Titan Quest ໃດ໋ ສູ......ດຍອດອີກເກມນຶ່ງ 8)

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=mii link=topic=1356.msg7518#msg7518 date=1184345473]
FX5500 ທ່ານໜ້າຈະຫລິ້ນ Titan Quest ໃດ໋ ສູ......ດຍອດອີກເກມນຶ່ງ 8)
[/quote]
ຫວາ ລະທ່ານມີວິທີປັບຄ່າໃຫ້ມັນເຂົ້າກັບກາດຈໍໂດຍບໍ່ເປືອງເມັມຂອງກາດຈໍບໍ່ ???

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=birdflu2007.exe link=topic=1356.msg7517#msg7517 date=1184345391]
ລະດັບ nvidia Geforce FX5500 ຂອງຂ້າພະເຈົ້າບໍ່ມີສິດແຕະເລີຍ ອິດສາເດ້  
[/quote]
ລອງ titan quest ແມ້ທ່ານ ແລ້ວທ່ານຈະຕິດໃຈ ;D

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=The BoU link=topic=1356.msg7521#msg7521 date=1184345967]
[quote author=birdflu2007.exe link=topic=1356.msg7517#msg7517 date=1184345391]
ລະດັບ nvidia Geforce FX5500 ຂອງຂ້າພະເຈົ້າບໍ່ມີສິດແຕະເລີຍ ອິດສາເດ້  
[/quote]
ລອງ titan quest ແມ້ທ່ານ ແລ້ວທ່ານຈະຕິດໃຈ ;D
[/quote]
ທ່ານມີຮູບມັນບໍ່ ຖ້າມີລອງເອົາມາໃຫ້ເບິ່ງແນ່ ???

TOP

Re: PC game Forum (ສຳລັບຄົນມັກເກມ PC)

FX5500 ນິຖ້າຫລິ້ນ Titan Quest ກະປັບປະມານ Low ແລະຫລິ້ນທີ່ຄວາມລະອຽດ 1024*768 ນິລະ
ຫລືວ່າຖ້າທ່ານສົນໃຈເກມໃດກະລອງຖາມໄດ້ ຖ້າຮູ້ຈະຕອບໃຫ້ ຖ້າບໍ່ຮູ້ກະຊິພະຍາຍາມສອບຖາມຜູ້ຮູ້ແລ້ວກະມາຕອບ

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=birdflu2007.exe link=topic=1356.msg7520#msg7520 date=1184345925]
[quote author=mii link=topic=1356.msg7518#msg7518 date=1184345473]
FX5500 ທ່ານໜ້າຈະຫລິ້ນ Titan Quest ໃດ໋ ສູ......ດຍອດອີກເກມນຶ່ງ 8)
[/quote]
ຫວາ ລະທ່ານມີວິທີປັບຄ່າໃຫ້ມັນເຂົ້າກັບກາດຈໍໂດຍບໍ່ເປືອງເມັມຂອງກາດຈໍບໍ່ ???
[/quote]
ປັບເປັນ low ໝົດເພື່ອດືງ frame rate ຂອງເກມໃຫ້ໄດ້ຫຼາຍທີ່ສຸດ
ພາບທີ່ໄດ້ອາດຈະບໍ່ງາມຕາປານໃດແຕ່ແລກກັບຄວາມມ່ວນຂອງເກມເດີ້ ;)

TOP

Re: PC game Forum (ສຳລັບຄົນມັກເກມ PC)

ເບິ່ງຮູບ Titan Quest ທີ່ Link ນີ້ເລີຍເນາະ
http://www.laozaa.com/board/index.php?topic=1145.0

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=mii link=topic=1356.msg7525#msg7525 date=1184346290]
ເບິ່ງຮູບ Titan Quest ທີ່ Link ນີ້ເລີຍເນາະ
http://www.laozaa.com/board/index.php?topic=1145.0
[/quote]
ທ່ານໝີຕັດໜ້າຊ້ຳ ກຳລັງວ່າຊິບອກ ;)

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=mii link=topic=1356.msg7525#msg7525 date=1184346290]
ເບິ່ງຮູບ Titan Quest ທີ່ Link ນີ້ເລີຍເນາະ
http://www.laozaa.com/board/index.php?topic=1145.0
[/quote]
ຂອບໃຈພວກທ່ານທັງສອງຫຼາຍໆ ສົມເປັນ Gamer Hardcore ຂະໜາດ  ;D

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=birdflu2007.exe link=topic=1356.msg7527#msg7527 date=1184346514]

ຍິນດີສະເໝີ  

TOP

Re: PC game Forum (ສຳລັບຄົນມັກເກມ PC)

[quote author=The BoU link=topic=1356.msg7528#msg7528 date=1184346694]
[quote author=birdflu2007.exe link=topic=1356.msg7527#msg7527 date=1184346514]
[quote author=mii link=topic=1356.msg7525#msg7525 date=1184346290]
ເບິ່ງຮູບ Titan Quest ທີ່ Link ນີ້ເລີຍເນາະ
http://www.laozaa.com/board/index.php?topic=1145.0
[/quote]
ຂອບໃຈພວກທ່ານທັງສອງຫຼາຍໆ ສົມເປັນ Gamer Hardcore ຂະໜາດ  ;D
[/quote]
ຍິນດີສະເໝີ  
[/quote]
ໃຫ້ພວກທ່ນທັງສອງຄົນລະ+ໄປເລີຍ

TOP

Re: PC game Forum (ສຳລັບຄົນມັກເກມ PC)

ໂອ້ຂອບໃຈຫລາຍໆ

TOP