Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

Call of Juarez 2 - Bound in Blood



Call of Juarez ເປັນເກມສະໄຕຣ໌ Cowboy ທີ່ມີຊື່ສຽງ
ເຊິ່ງພາກຫນຶ່ງ ຈັດເປັນເກມທີ່ກິນສະເປັກຫລາຍໃນຊ່ວງກ່ອນ
ມາພາກສອງ ຄືມາແບບມິດໆ ບໍ່ຄິດວ່າມັນຈະມ່ວນ
ແຕ່ຈາກລອງເບິ່ງແລ້ວ ຮູ້ສຶກວ່າພາກສອງນີ້ ມີຄວາມຫລາກຫລາຍ ພາບງາມ ບລາໆໆ
ເອົາເປັນວ່າ ໃຜມັກເກມຍິງກັນແບບ FPS + Cowboy ນຳ ແນະນຳເລີຍເດີ້.


ແສງແຈ່ມອີ່ຫລີ




ສອງອ້າຍນ້ອງ ຕະລຸຍຟາມ - -


ສາມອ້າຍນ້ອງ McCall. William, Thomas ແລະ Ray




ໃນເກມສາມາດເລືອກຫລິ້ນໄດ້ສອງຄົນ ໃນສາມອ້າຍນ້ອງເທົ່ານັ້ນ.

ເນື້ອກໍປະມານວ່າ Thomas ແລະ Ray ຝ່າຝືນຄຳສັ່ງໃນກອງທັບ
ເພື່ອຫນີກັບມາຊ່ອຍນ້ອງຊາຍ ແລະ ແມ່ (ແຕ່ແມ່ຂອງເຂົາໄດ້ເສຍຊີວິດລົງໃນຕອນຕົ້ນຂອງເກມ).
ເຮັດໃຫ້ກອງທັບນຳຈັບທັງສາມອ້າຍນ້ອງ ພວກເຂົາເລີຍຫນີໄປລີ້ໄພຢູ່ Mexico
ເພື່ອລົບລີ້,​ ຫາເງິນ ແລະ ຫົນທາງ ໃນການກັບມາສ້າງຟາມຂອງແມ່ ທີ່ເປັນບ້ານເກີດຂອງພວກເຂົາອີກຄັ້ງ...
ແຕ່ເວລາກັບປ່ຽນໃຫ້ທັງ Ray ແລະ Thomas ລືມຈຸດປະສົງນັ້ນ ຈົນກາຍເປັນນັກຂ້າທີ່ເລືອດເຢັນ ບໍ່ມີມະນຸດຊະທຳ.
ຊີວິດຂອງພວກເຂົາຈະເປັນຈັງໃດ ອຸປະສັກຫຍັງຖ້າພວກເຂົາຢູ່ ຕ້ອງລອງຫລິ້ນກັນເອງ!


ມີດວນປືນແບບ Cowboy ນຳ!


ມີລະບົບ Concentrate ທີ່ຈະ slow ເວລາໃຫ້ເຮົາໄດ້ແນເປົ້າຫມາຍກ່ອນ

ແນວ Cowboy ນີ້ເຮົາຍັງບໍ່ເຄີຍໄດ້ຫລີ້ນຈັກເທີ່ອ ແລະ ສະເປ໋ກຄອມກໍ່ບໍ່ຄ່ອຍສູງແດ່ T.T

TOP

ໂອ້ມັນກິນສະເປັກຫຼາຍນີ້ເອງ ເຫັນ Overclockzone ເອົາມາທົດສອບ Benchmark ຂອງເຄື່ອງທິ່ເຂົາເຈົ້າເອົາມາ Review 55 ດຽວຊິນຳໄປຫຼິ້ນແຕ່ຕອນນີ້ Lost Planet ກ່ອນ

TOP

ສະເປັກຄອມເຮົາລະຕໍ່າ ມັນກະຫຼິ້ນບໍ່ໄດ້ແມ່ນບໍ່
Punlao

TOP

Call of Juarez: Bound in Blood Minimum System Requirements

    * Operating System: Windows XP (with SP3) or Windows Vista (with SP1)
    * Processor: Intel Pentium 4 3.2 Ghz, Intel Pentium D 2.66 Ghz, AMD Athlon 64 3500+ or better
    * Video card: 512 MB NVidia 8600 GTS or ATI X1900 or better
    * RAM: 1 GB Windows XP / 2 GB Windows Vista
    * Sound Card: DirectX 9.0c Compatible Sound Card
    * Hard Drive Space: 4 GB

ຫລິ້ນໃນ 7 ບໍ່ມີບັນຫາຫຍັງ ຍົກເວັ້ນໄດ້ປັບຄຸນນະພາບສຽງລົງເປັນ
16 bit 48,000 MHz ຄ່ອຍຫລິ້ນໄດ້
ປັບສູງກວ່ານັ້ນເຂົ້າເກມແລ້ວເດັ້ງ

TOP

ເດັ້ງເປັນ Blue Screen ຫັ້ນຫວາທ່ານ ?

TOP

ເດັ້ງເປັນ Blue Screen ຫັ້ນຫວາທ່ານ ?
Billy_DEXD Post at 2009-8-26 11:31


ເດັ້ງ ບໍ່ແມ່ນ BSOD
ຖ້າມັນ Blue ເຮົາກໍຄືຈະບອກວ່າ Blue ໄປແລ້ວ - -
ເດັ້ງກໍຄືເດັ້ງ ເດັ້ງອອກເກມ
Punlao

TOP

ໂອໂດຍໆ ເຂົ້າໃຈແລ້ວ

TOP